ຈຸດປະສົງອັນແທ້ຈິງຂອງ “ຍຸດທະສາດອິນໂດ-ປາຊິຟິກ” ຂອງອາເມຣິກາ ແມ່ນເພື່ອສືບຕໍ່ຮັກສາຖານະທີ່ເປັນປະເທດມະຫາອຳນາດຂອງຕົນຢູ່ພາກພື້ນນີ້ຊື່ໆ

2022-07-21 17:11:28 cri

ໃນເດືອນກຸມພາປີ 2022, ລັດຖະບານໂຈ ໄບເດັນໄດ້ເປີດເຜີຍບົດລາຍງານວ່າດ້ວຍຍຸດທະສາດອິນໂດ-ປາຊີຟິກຂອງອາເມຣິກາ ໂດຍໄດ້ຊຸກຍູ້ຄວາມໝຸ່ງໝັ້ນດ້ານລະບຽບການ ແລະເປົ້າໝາຍດ້ານຍຸດທະສາດຢູ່ພາກພື້ນອິນໂດ-ປາຊີຟິກໃນທຸກດ້ານ ເຊັ່ນ: ການຕ່າງປະເທດ, ເສດຖະກິດ, ການທະຫານ ແລະອື່ນໆ ດ້ວຍຂໍ້ອ້າງທີ່ດີງາມຄື: ຢາກສືບຕໍ່ຊຸກຍູ້ພາກພື້ນອິນໂດ-ປາຊີຟິກໃຫ້ມີຄວາມເສລີ ແລະເປີດປະຕູສູ່ພາຍນອກ. ພວກເຮົາສາມາດສັງເກດຈາກບົດລາຍງານສະບັບນີ້ໄດ້ງ່າຍໆວ່າ: ຈຸດປະສົງອັນແທ້ຈິງຂອງ“ຍຸດທະສາດອິນໂດ-ປາຊິຟິກ”ຂອງອາເມຣິກາ ແມ່ນເພື່ອສືບຕໍ່ຮັກສາຖານະທີ່ເປັນປະເທດມະຫາອຳນາດຂອງຕົນຢູ່ພາກພື້ນດັ່ງກ່າວຊື່ໆ.

ນອກຈາກໄດ້ໃຫ້ຄວາມສຳຄັນຕໍ່ການແຂ່ງຂັນດ້ານຍຸດທະສາດພູມສາດແລ້ວ, “ຍຸດທະສາດອິນໂດ-ປາຊິຟິກ” ຂອງອາເມຣິກາຍັງໄດ້ເນັ້ນໜັກການບໍລິຫານໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດ, ເຕັກນິກວິທະຍາສາດ, ຄວາມໝັ້ນຄົງທີ່ບໍ່ແມ່ນມູນເຊື້ອ ເປັນຕົ້ນ.

ໃນດ້ານການຕ່າງປະເທດ, ລັດຖະບານໂຈ ໄບເດັນໄດ້ໃຫ້ຄວາມສຳຄັນໃນລະດັບສູງຕໍ່ສາຍພົວພັນກັບພັນທະມິດ ແລະຄູ່ຮ່ວມມືຕ່າງໆຂອງຕົນ, ໂດຍສະເພາະແມ່ນຫວັງຢາກສວຍໃຊ້ພັນທະມິດການທະຫານສອງຝ່າຍ, ສາຍພົວພັນສາມຝ່າຍອາເມຣິກາ-ອັງກິດ-ອົສຕຣາລີ ແລະສາຍພົວພັນສາມຝ່າຍອາເມຣິກາ-ຍີ່ປຸ່ນ-ສ.ເກົາຫຼີ, “ກົນໄກສີ່ຝ່າຍ”ອາເມຣິກາ-ຍີ່ປຸ່ນ-ອິນເດຍ ແລະພັນທະມິດ FIVE EYES ເພື່ອຊຸກຍູ້ “ຍຸດທະສາດອິນໂດ-ປາຊິຟິກ”. ແຕ່ “ຍຸດທະສາດອິນໂດ-ປາຊິຟິກ” ໄດ້ເນັ້ນໜັກເຖິງການດຶງ “ປະເທດພັນທະມິດ”ເຂົ້າກັນ ໃຫ້ເປັນກຸ່ມປະເທດທີ່ມີຄວາມສຳຄັນທີ່ສຸດໃນພາກພື້ນ ເຊິ່ງຈະກະທົບເຖິງຖານະຂອງອາຊຽນ ທີ່ເປັນໃຈກາງຂອງພາກພື້ນນີ້ຢ່າງແນ່ນອນ.

ໃນດ້ານການທະຫານ, ໃນປີງົບປະມານ 2022, ງົບປະມານໃນດ້ານການທະຫານຂອງອາເມຣິກາມີເຖິງ 777,7 ຕື້ໂດລາສະຫະລັດ ເຊິ່ງໄດ້ເພີ່ມຂຶ້ນ 5% ເມື່ອທຽບກັບປີທີ່ຜ່ານມາ. ຕາມແຜນງົບປະມານທີ່ສະເໜີໂດຍລັດຖະບານໂຈ ໄບເດັນ, ງົບປະມານດ້ານການທະຫານທີ່ໃຊ້ສຳລັບພາກພື້ນອິນໂດ-ປາຊີຟິກມີເຖິງ 66 ຕື້ໂດລາສະຫະລັດ ເຊິ່ງລວມທັງງົບປະມານຂອງ “ຂໍ້ລິເລີ່ມກ່ຽວກັບການນາບຂູ່ຢູ່ປາຊີຟິກ” ທີ່ເປັນ 5,1 ຕື້ໂດລາສະຫະລັດ. ຫຼັງຈາກນັ້ນ, ສະພາແຫ່ງຊາດອາເມຣິກາໄດ້ເພີ່ມງົບປະມານຂອງ “ຂໍ້ລິເລີ່ມກ່ຽວກັບການນາບຂູ່ຢູ່ປາຊີຟິກ” ໃຫ້ເປັນ 7,1 ຕື້ໂດລາສະຫະລັດ, ພ້ອມທັງໄດ້ເບີກອີກ 500 ລ້ານໂດລາສະຫະລັດ ໃຫ້ແກ່ກອງບັນຊາການອິນໂດ-ປາຊີຟິກ. ສະນັ້ນ, ການໃຊ້ງົບປະມານຂອງອາເມຣິກາຢູ່ພາກພື້ນອິນໂດ-ປາຊີຟິກ ຢ່າງໜ້ອຍມີເຖິງ 68,5 ຕື້ໂດລາສະຫະລັດ.

ເມື່ອທຽບກັບ ຄວາມເອື້ອເຟື້ອເຜື່ອແຜ່ຂອງອາເມຣິກາໃນການໃຊ້ງົບປະມານໃນດ້ານການທະຫານ, ການລົງທຶນດ້ານເສດຖະກິດຂອງລັດຖະບານໂຈ ໄບເດັນຢູ່ໃນພາກພື້ນອິນໂດ-ປາຊີຟິກແມ່ນມີຄວາມຈຳກັດທີ່ສຸດ, ຍົກຕົວຢ່າງຄື: ໃນກອງປະຊຸມສຸດຍອດອາເມຣິກາ-ອາຊຽນທີ່ຈັດຂຶ້ນໃນເດືອນຕຸລາປີ 2021, ທ່ານໂຈ ໄບເດັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະໃຫ້ການຊ່ວຍເຫຼືອແກ່ບັນດາປະເທດອາຊຽນ ໃນຂົງເຂດການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ ແລະອື່ນໆ, ແຕ່ການຊ່ວຍເຫຼືອດັ່ງກ່າວ ມີແຕ່ 100 ລ້ານໂດລາສະຫະລັດເທົ່ານັ້ນ. ນອກນີ້, ໃນກອງປະຊຸມສຸດຍອດພິເສດອາເມຣິກາ-ອາຊຽນທີ່ຈັດຂຶ້ນໃນເດືອນພຶດສະພາປີ 2022 ນີ້, ລັດຖະບານໂຈ ໄບເດັນ ໄດ້ປະກາດຈະໃຊ້ງົບປະມານ 150 ລ້ານໂດລາສະຫະລັດເທົ່ານັ້ນ ເຂົ້າໃນການລົງເລິກການຮ່ວມມືລະຫວ່າງອາເມຣິກາກັບອາຊຽນໃນດ້ານເສດຖະກິດ, ຄວາມໝັ້ນຄົງ, ສາທາລະນະສຸກ ແລະວັດທະນະທຳ. ອາເມຣິກາມີແຜນງົບປະມານຢ່າງຫຼວງຫຼາຍໃນດ້ານການທະຫານ ແຕ່ມີຄວາມຂີ້ຖີ່ທີ່ສຸດໃນດ້ານເສດຖະກິດ, ຈຸດປະສົງອັນແທ້ຈິງຂອງຍຸດທະສາດ “ກັບຄືນພາກພື້ນອິນໂດ-ປາຊີຟິກ” ຂອງອາເມຣິກາ ບໍ່ທັນອ້າປາກກໍເຫັນລີ້ນແລ້ວ.

ສະນັ້ນ, ທາດແທ້ຂອງ “ຍຸດທະສາດອິນໂດ-ປາຊີຟິກ” ຂອງອາເມຣິກາກໍຄື: ດຶງປະເທດຕ່າງໆເຂົ້າຂ້າງຕົນ, ສ້າງກຸ່ມຜົນປະໂຫຍດຕ່າງໆ ເພື່ອຮັກສາຖານະທີ່ເປັນປະເທດມະຫາອຳນາດຂອງຕົນຢູ່ພາກພື້ນນີ້ຊື່ໆ.