ທ່ານຣານິນ ວິກຣົມຊີງເຮໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສີລັງກາ

2022-07-21 11:58:53 CRI


     ສະພາແຫ່ງຊາດສີລັງກາປະກາດໃນວັນທີ 20 ກໍລະກົດປີ 2022 ນີ້ວ່າ: ໃນການປ່ອນບັດເລືອກຕັ້ງປະທານາທິບໍດີທີ່ຈັດຂຶ້ນຢູ່ສະພາແຫ່ງຊາດສີລັງກາໃນວັນທີ 20 ກໍລະກົດນີ້, ທ່ານຣານິນ ວິກຣົມຊີງເຮ ປະທານາທິບໍດີຊົ່ວຄາວສີລັງກາໄດ້ຮັບບັດຫຼາຍກວ່າເຄິ່ງໜຶ່ງ, ກາຍເປັນປະທານາທິບໍດີສີລັງກາຄົນໃໝ່.


     ອີງຕາມຜົນການນັບບັດທີ່ເປີດເຜີຍໂດຍສະພາແຫ່ງຊາດສີລັງກາ, ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ 3 ທ່ານ, ທ່ານຣານິນ ວິກຣົມຊີງເຮໄດ້ຮັບ 134 ບັດ, ທ່ານດູນລັສ ອາລາຮາບເປຣູມາ ສະມາຊິກສະພາຈາກພັກແນວໂຮມປະຊາຊົນສີລັງກາໄດ້ຮັບ 82 ບັດ, ທ່ານອານູຣາ ຄູມາຣາ ດີຊານາຢັກ ຜູ້ນຳພັກກຳລັງປະຊາຊົນແຫ່ງຊາດໄດ້ຮັບ 3 ບັດ.


ທ່ານໂກຕາບາຍາ ຣາຈາປັກຊາໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີແລະສາບານຕົວຂຶ້ນດຳລົງຕຳແໜ່ງໃນເດືອນພະຈິກປີ 2019, ໄລຍະດຳລົງຕຳແໜ່ງແມ່ນ 5 ປີ, ແຕ່ໄດ້ລາອອກຈາກຕຳແໜ່ງເມື່ອກາງເດືອນກໍລະກົດນີ້. ອີງຕາມລັດຖະທຳມະນູນສີລັງກາລະບຸໄວ້ວ່າ, ຖ້າປະທານາທິບໍດີລາອອກຈາກຕຳແໜ່ງກ່ອນເວລາກຳນົດໄວ້, ສະພາແຫ່ງຊາດຄວນເລືອກຕັ້ງປະທານາທິບໍດີຄົນໃໝ່ໂດຍໄວເທົ່າທີ່ຈະໄວໄດ້, ເພື່ອເຮັດໜ້າທີ່ແທນປະທານາທິບໍດີຄົນເກົ່າ.