ການທົດລອງບິນເທື່ອທຳອິດຂອງຍົນສູ້ຮົບ KF-21 ທີ່ສ.ເກົາຫຼີຄົ້ນຄວ້າຜະລິດເອງ ໄດ້ຮັບຜົນສຳເລັດ

2022-07-21 14:19:54 cri


ຕອນຄ່ຳວັນທີ 19 ກໍລະກົດນີ້, ສື່ມວນຊົນສ.ເກົາຫຼີລາຍງານຂ່າວວ່າ, ມື້ດຽວກັນ, ການທົດລອງບິນເທື່ອທຳອິດຂອງຍົນສູ້ຮົບ KF-21 ທີ່ ສ.ເກົາຫຼີຄົ້ນຄວ້າຜະລິດເອງໄດ້ຮັບຜົນສຳເລັດ.


ກົມວຽກງານປ້ອງກັນປະເທດຂອງສ.ເກົາຫຼີແຈ້ງຂ່າວວ່າ, ຕອນບ່າຍວັນທີ 19 ກໍລະກົດນີ້, ຍົນສູ້ຮົບ KF-21 ລຳໜຶ່ງ ບິນອອກຈາກສະໜາມບິນແຫ່ງໜຶ່ງທີ່ຂຶ້ນກັບກອງທັບອາກາດສ.ເກົາຫຼີ ທີ່ຕັ້ງຢູ່ນະຄອນຊາເຈອົນ ຊີ ແຂວງເຈອົງຊາງໃຕ້, ການບິນໃຊ້ເວລາ 33 ນາທີແລ້ວຈອດລົງຢ່າງປອດໄພ. ຍົນລຳດັ່ງກ່າວໄດ້ທົດລອງຂີດຄວາມສາມາດຂອງຕົນ. ຕາມຂ່າວສານຢົນຮັບຂອງສ.ເກົາຫຼີລາຍງານວ່າ, ຍົນສູ້ຮົບ KF-21 ໄດ້ບັນທຸກຣາດາ AESA, ລະບົບຊອກຫາແລະຕິດຕາມເປົ້າໝາຍດ້ວຍອິນຟຼາເຣດ, ສາມາດບັນທຸກເຄື່ອງໄດ້ເຖິງ 7,7 ໂຕນ.