ເກີດແຜ່ນດິນໄຫວຄວາມແຮງ 5,3 ລິກເຕີຢູ່ເຂດທະເລໃກ້ກັບເກາະຊຸມາຕຣາຂອງອິນໂດເນເຊຍ

2022-07-21 15:28:22 cri

      ອີງຕາມຂ່າວຈາກເວັບໄຊອົງການສຳຫຼວດວັດແທກທໍລະນີຂອງອາເມຣິກາຫຼື USGS ໃຫ້ຮູ້ວ່າ: ເວລາ 6 ໂມງ 46 ນາທີຂອງວັນທີ 20 ກໍລະກົດນີ້ຕາມເວລາວຽງຈັນ, ເຂດທະເລໃກ້ພາກໃຕ້ເກາະຊຸມາຕຣາຂອງອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຄວາມແຮງ 5,3 ລິກເຕີ, ຈຸດເກີດແຜ່ນດິນໄຫວເລິກລົງໄປໃຕ້ດິນ 57,2 ກິໂລແມັດ ເຊິ່ງໃຈກາງແຜ່ນດິນໄຫວຄັ້ງນີ້ຢູ່ນະຄອນເບີງຄຸລູເກາະຊຸມາຕຣາໄປທາງທິດຕາເວັນຕົກສຽງໃຕ້ 38 ກິໂລແມັດ(ເສັ້ນຂະໜານໃຕ້ 4,13 ອົງສາ, ເສັ້ນແວງຕາເວັນອອກ 102,162 ອົງສາ).