ຈັດກອງປະຊຸມເວທີປຶກສາຫາລືຜູ້ພິພາກສາໃຫຍ່ຈີນ-ອາຊຽນຄັ້ງທີ 3 ຢູ່ນະຄອນນານນີງ

2022-07-21 12:07:02 CRI


     ວັນທີ 20 ກໍລະກົດປີ 2022 ນີ້, ກອງປະຊຸມເວທີປຶກສາຫາລືຜູ້ພິພາກສາໃຫຍ່ຈີນ-ອາຊຽນຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນນານນີງ ເຂດກວາງຊີຈີນ, ຜູ້ພິພາກສາສູງສຸດ ປະທານຫຼືຜູ້ພິພາກສາໃຫຍ່ສານສູງສຸດທີ່ມາຈາກຈີນແລະບັນດາປະເທດສະມາຊິກອາຊຽນໄດ້ຄົ້ນຄວ້າແລະປຶກສາຫາລືກັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້“ຮ່ວມກັນສ້າງເສັ້ນທາງສາຍໄໝທາງທະເລສັດຕະວັດທີ 21 ສ້າງເວທີຮ່ວມມືດ້ານຍຸຕິທຳລະດັບສູງ”ຜ່ານທາງອອນລາຍແລະອອຟລາຍ.



     ໃນໄລຍະຈັດເວທີປຶກສາຫາລືຄັ້ງນີ້, ຜູ້ຕາງໜ້າຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ຄົ້ນຄວ້າສຳມະນາແລະແລກປ່ຽນກັນກ່ຽວກັບຫົວຂໍ້ສະເພາະຕ່າງໆເຊັ່ນ: ການເລັ່ງລັດເຊື່ອມຕໍ່ກະຕິກາໃໝ່ດ້ານເສດຖະກິດການຄ້າຂອງອາເຊັບ, ການເພີ່ມທະວີການຮ່ວມມືດ້ານສິດຊັບສິນທາງປັນຍາ, ການຊຸກຍູ້ການກ່າວຟ້ອງຂ້າມຊາດຜ່ານທາງອອນລາຍ ແລະອື່ນໆ.