ໃນ 6 ເດືອນຕົ້ນປີ 2022 ມຽນມາມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກຫຼາຍກວ່າໝົດປີ 2021

2022-07-22 15:29:19 CRI

 

ຕາມຂ່າວCRI: ວັນທີ 21 ກໍລະກົດນີ້, ເວັບໄຊທາງການຂອງ ກະຊວງການໂຄສະນາມຽນມາແຈ້ງຂ່າວວ່າ, ໃນ 6 ເດືອນຕົ້ນປີ 2022 ນີ້ມຽນມາມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກທີ່ຖືກ ລາຍງານໂດຍລວມຫຼາຍ ກວ່າຈຳນວນຜູ້ຕິດເຊື້ອພະຍາດໄຂ້ເລືອດອອກທີ່ຖືກລາຍງານໝົດປີ 2021 ຜ່ານມາ, ໂດຍມີຜູ້ຕິດເຊື້ອເຖິງ 7.835 ກໍລະນີ, ໃນນັ້ນເສຍຊີວິດ 31 ກໍລະນີ.

 

ອີງຕາມຕົວເລກຈາກຝ່າຍທາງການທີ່ຖືກເປີດເຜີຍໃນຫວ່າງບໍ່ດົນມານີ້ໃຫ້ຮູ້ວ່າ, ໃນປີ 2021 ຜ່ານມາມຽນມາມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ 5446 ກໍລະນີ, ໃນນັ້ນເສຍຊີວິດ 36 ຄົນ.

 

ຂ່າວແຈ້ງໃຫ້ຮູ້ຕື່ມວ່າ,ກໍລະນີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກສ່ວນຫຼາຍນພົບຢູ່ນະຄອນອາເຢຢາວາດີ, ນະຄອນຢາງກຸ້ງ, ແຂວງໂມນແລະບ່ອນອື່ນໆ.