ທາງລົດໄຟສາກົນລະຫວ່າງຈີນ-ມຽນມາໄດ້ຮັບຄວາມຄືບໜ້າອີກເທືອໃໝ່

2022-07-22 15:31:17 CRI

 

ຕາມຂ່າວCRI: ວັນທີ 21 ກໍລະກົດນີ້, ກຸ່ມບໍລິສັດທາງລົດໄຟ ແຫ່ງຊາດຈີນຈຳກັດແຈ້ງຂ່າວວ່າ, ໃນວັນທີ 22 ກໍລະກົດນີ້, ໄລຍະທາງຈາກນະ ຄອນຕ້າຫຼີຫານະຄອນປາວຊານຂອງທາງລົດໄຟລະຫວ່າງນະຄອນຕ້າຫຼີຫານະຄອນຢຸ້ຍລີ້ຈະເລີ່ມແລ່ນລົດຢ່າງເປັນທາງການ,ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າການກໍ່ສ້າງທາງລົດໄຟສາກົນລະຫວ່າງຈີນ-ມຽນມາໄດ້ຮັບຄວາມຄືບໜ້າ ທີ່ສຳຄັນ.

 

ຈຸດເລີ່ມຕົ້ນຂອງທາງລົດໄຟສາກົນຈີນ-ມຽນມາແມ່ນນະຄອນຄຸນໝິງແຂວງຢູນໜານຈີນ,ມີຈຸດໝາຍປາຍທາງແມ່ນນະຄອນຢາງກຸ້ງເຊິ່ງເປັນເມືອງທີ່ໃຫຍ່ທີ່ສຸດຂອງມຽນມາ,ແມ່ນໄລຍະທາງທີ່ສຳຄັນຂອງສາຍຕາເວັນຕົກທາງລົດໄຟທະວີບອາຊີ. ໂດຍອີງຕາມແຜນການແລ້ວ, ທາງລົດໄຟແຕ່ນະຄອນຄຸນໝິງຫາ ນະຄອນຢາງກຸ້ງ ມີຄວາມຍາວປະມານ 1920 ກິໂລແມັດ, ທາງລົດໄຟແຕ່ ນະຄອນຄຸນໝິງຫານະຄອນ ຢຸ້ຍລີ້ເຊິ່ງເປັນຕອນທາງຢູ່ພາຍໃນດິນແດນຈີນ ມີຄວາມຍາວທັງໝົດ 690 ກິໂລແມັດ.

 

ທາງລົດໄຟຕ້າຫຼີ-ຢຸ້ຍລີ້ສົ້ນຕາເວັນອອກເລີ່ມຈາກນະຄອນຕ້າຫຼີແຂວງຢູນໜານ, ສົ້ນຕາເວັນຕົກຮອດນະຄອນຢຸ້ຍລີ້ແຂວງຢູນໜານເຊິ່ງເປັນເມືອງຊາຍແດນຈີນ-ມຽນມາ, ມີຄວາມຍາວທັງໝົດ 330 ກິໂລແມັດ, ແບ່ການກໍ່ສ້າງ ອອກເປັນສອງຕອນ, ຄືໄລຍະທາງຈາກນະຄອນຕ້າຫຼີຫານະຄອນປາວຊານ ໄດ້ສ້າງສຳເລັດແລ້ວຕາມເວລາກຳນົດ, ສ່ວນການກໍ່ສ້າງທາງລົດໄຟຈາກ ນະຄອນປາວຊານຫານະຄອນຢຸ້ຍລີ້ກຳລັງດຳເນີນການຢ່າງມີລະບຽບ. ໄລຍະ ທາງຕ້າຫຼີ-ປາວຊານມີຄວາມຍາວທັງໝົດ 133 ກິໂລແມັດ, ເຊື່ອມຕໍ່ລະຫວ່າງນະຄອນດ້າຫຼີຫານະຄອນປາວຊານ, ຄວາມໄວການອອກແບບ ແມ່ນ 140 ກິໂລແມັດຕໍ່ຊົ່ວໂມງ.