ອຸປະກອນສາທາລະນະສຸກແລະພະລາທິການແບບໃໝ່ຂອງກອງທັບຈີນ ນຳໃຊ້ເຂົ້າໃນການຝຶກຊ້ອມ “ຂະບວນລົດໄຟສັນຕິພາບ-2022” ຈີນ-ລາວ

2022-07-22 16:10:18 cri


ວັນທີ 21 ກໍລະກົດນີ້, ການຝຶກຊ້ອມຮ່ວມການກອບກູ້ທາງການແພດມະນຸດສະທຳ “ຂະບວນລົດໄຟສັນຕິພາບ-2022” ຫຼື ກິດຈະກຳບໍລິການການປິ່ນປົວລະຫວ່າງສອງກອງທັບຈີນແລະລາວ ໄດ້ເລີ່ມເຂົ້າສູ່ໄລຍະການຝຶກຊ້ອມໂດຍແບ່ງເປັນຈຸ ຢ່າງເປັນທາງການ, ອຸປະກອນສາທາລະນະສຸກຕ່າງໆ, ເຊັ່ນ: ຂະບວນລົດໄຟສາທາລະນະສຸກ, ລະບົບໂຮງໝໍຕູບຜ້າເຕັນສຳລັບສົງຄາມພາກສະໜາມແບບໃໝ່ແລະອື່ນໆ ໄດ້ນຳໃຊ້ເຂົ້າໃນການຝຶກຊ້ອມ.



ຢູ່ສະໜາມຝຶກຊ້ອມສະຖານີລົດໄຟໂພນໂຮງ ແຂວງວຽງຈັນ, ຂະບວນລົດໄຟສາທາລະນະສຸກກອງທັບປົດປ່ອຍປະຊາຊົນຈີນໄດ້ແບ່ງໜ້າທີ່ວຽກງານໃຫ້ຕູ້ລົດໄຟ 25 ຕູ້, ເຊັ່ນ: ຫົວຂະບວນລົດໄຟ, ຕູ້ລົດໄຟຜະລິດໄຟຟ້າ, ຕູ້ລົດໄຟດຳເນີນການຜ່າຕັດແລະກອບກູ້ສຸກເສີນ, ຕູ້ລົດໄຟ ICU, ຕູ້ລົດໄຟຂົນສົ່ງຜູ້ບາດເຈັບ, ຕູ້ລົດໄຟບັນຊາການ, ຕູ້ລົດໄຟພັກຜ່ອນ, ຕູ້ລົດໄຟຮັບປະກັນພະລາທິການແລະອື່ນໆ, ທັງໝົດຂະບວນແມ່ນປຽບເໝືອນໂຮງໝໍເຄື່ອນທີ່ທີ່ຄົບຖ້ວນ.



ທ່ານເຊີນຮ້າວ, ສະມາຊິກໜ່ວຍປະສານງານການບັນຊາການຂອງຝ່າຍຈີນໃນການຝຶກຊ້ອມຮ່ວມຄັ້ງນີ້ ໃຫ້ຮູ້ວ່າ, ຂະບວນລົດໄຟສາທາລະນະສຸກສາມາດບັນທຸກຜູ້ບາດເຈັບດ້ວຍທ່ານອນໄດ້ເກືອບ 500 ຄົນ, ແຕ່ລະມື້ ສາມາດດຳເນີນການຜ່າຕັດໄດ້ເກືອບ 30 ເທື່ອ, ສາມາດສະໜອງການຮັບປະກັນຕ່າງໆ, ເຊັ່ນ: ການຂົນສົ່ງຜູ້ບາດເຈັບຈຳນວນຫຼວງຫຼາຍຜ່ານທາງລົດໄຟ, ປະຕິບັດການປິ່ນປົວແບບຕໍ່ເນື່ອງແລະສຸກເສີນແລະອື່ນໆ ໃນເວລາປະຕິບັດໜ້າທີ່ຕ່າງໆ, ເຊັ່ນ: ການຮັບປະກັນດ້ານສາທາລະນະສຸກແລະພະລາທິການ, ການກອບກູ້ໄພພິບັດຕ່າງໆແລະອື່ນໆ.