ສະຫະພາບເອີຣົບຜ່ານການຮັບຮອງມາດຕະການລົງໂທດຣັດເຊຍສະບັບໃໝ່

2022-07-22 15:23:56 cri

     ວັນທີ 21 ກໍລະກົດນີ້, ຄະນະມົນຕີສະຫະພາບເອີຣົບໄດ້ຜ່ານການຮັບຮອງຍັດຕິກ່ຽວກັບມາດຕະການລົງໂທດຣັດເຊຍສະບັບໃໝ່ຂອງຄະນະກຳມະການສະຫະພາບເອີຣົບ ໂດຍຫ້າມບໍ່ໃຫ້ນຳເຂົ້າຄຳຈາກຣັດເຊຍສູ່ສະຫະພາບເອີຣົບ,ພ້ອມທັງເປີດກວ້າງບັນຊີລາຍຊື່ເຕັກນິກແລະວັດຖຸທີ່ໄດ້ຮັບການຄຸ້ມຄອງແລະຄວບຄຸມ,ເພື່ອປ້ອງກັນບໍ່ໃຫ້ຣັດເຊຍນຳໃຊ້ເຂົ້າໃນການທະຫານແລະການປ້ອງກັນປະເທດ.

      ທ່ານນາງ ມາເຣຍ ຊັກຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວກ່ຽວກັບເລື່ອງນີ້ວ່າ: ໃນຫຼາຍປີຜ່ານມາ, ນະໂຍບາຍຂອງສະຫະພາບເອີຣົບທີ່ສ້າງຄວາມກົດດັນໃຫ້ກັບຣັດເຊຍ “ບໍ່ມີອະນາຄົດ” ແລະ “ບໍ່ມີຜົນປະໂຫຍດຫຍັງເລີຍ” ເຊິ່ງເຫັນໄດ້ຢ່າງຊັດເຈນ,ແຕ່ຊ້ຳພັດໄດ້ມີຜົນຮ້າຍຢ້ອນຫຼັງທີ່ມີລັກສະນະເປັນໄພພິບັດຕໍ່ເສດຖະກິດແລະຄວາມໝັ້ນຄົງຂອງໂລກນັບມື້ນັບພົ້ນເດັ່ນຂຶ້ນ.