ທະນາຄານພັດທະນາອາຊີປັບຫຼຸດຕົວເລກຄາດໝາຍການເຕີບໂຕດ້ານເສດຖະກິດຂອງປະເທດກຳລັງພັດທະນາຢູ່ພາກພື້ນອາຊີປາຊີຟິກ

2022-07-22 15:33:44 CRI

 

ຕາມຂ່າວCRI: ວັນທີ 21 ກໍລະກົດນີ້, ທະນາຄານພັດທະນາອາຊີຫຼື ADB ໄດ້ເປີດເຜີຍບົດລາຍງານ ຈ້ອງມອງເບິ່ງການພັດທະນາທະວີບອາຊີປີ 2022 ເພີ່ມຕື່ມໂດຍໄດ້ປັບຫຼຸດຕົວເລກຄາດໝາຍການເຕີບໂຕດ້ານເສດຖະກິດປີ 2022 ຂອງປະເທດກຳລັງພັດທະນາຢູ່ພາກພື້ນອາຊີປາຊີຟິກຈາກ 5,2% ລົງເປັນ 4,6%.

 

ບົດລາຍງານລະບຸວ່າ ຍ້ອນສະພາບພະຍາດໂຄວິດ-19 ຍັງສືບຕໍ່ລະບາດຢູ່, ວິກິດການລະຫວ່າງຣັດເຊຍ-ອູແກຣນ, ປະເທດທີ່ພັດທະນາແລ້ວໄດ້ນຳໃຊ້ ນະໂຍບາຍດ້ານການເງິນທີ່ຮັດກຸມແລະເຂັ້ມງວດກວ່າເກົ່າບວກກັບປັດໄຈອື່ນໆ, ແມ່ນສາເຫດ ຕົ້ນຕໍທີ່ເຮັດໃຫ້ຕົວເລກຄາດໝາຍການເຕີບໂຕດ້ານເສດຖະ ກິດປະເທດກຳລັງພັດທະນາຢູ່ພາກພື້ນອາຊີປາຊີຟິກຫຼຸດລົງ.