ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ອັດລົງຢ່າງຈົບງາມ ນາງ ແຊມຄໍາ ໝື່ນສີ ຊະນະເລີດໃນການແຂ່ງຂັນ

2022-07-23 15:03:51 cri

ການແຂ່ງຂັນຮອບຊີງຊະນະເລີດຂອງ ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ໄດ້ຈັດຂຶ້ນທີ່ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນຕອນຄໍ່າຂອງວັນທີ 22 ກໍລະກົດນີ້ໂດຍການເຂົ້າຮ່ວມຂອງທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປປ ລາວ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ທ່ານ ແສງອາລຸນ ທີ່ປຶກສາສະຖານທູດ ຈີນປະຈໍາ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງສອງປະເທດລາວ-ຈີນເຂົ້າຮ່ວມແລະມີເພື່ອນມິດ-ຍາດພີ່ນ້ອງຂອງຜູ້ເຂົ້າແຂ່ງຂັນເຂົ້າຮ່ວມຊົມຮ່ວມເຊຍຢ່າງຄຶກຄື້ນມວ່ນຊື່ນ.

ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຄັ້ງນີ້, ສູນກາງຊາວໜຸ່ມ ປປ ລາວ ແລະສູນອາຊີ-ອາຟຣີກາ ສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ເປັນເຈົ້າພາບ ແລະມອບໃຫ້ວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາລາວ ແລະ ວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ຮ່ວມກັນຈັດຕັ້ງປະຕິບັດ.

ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ຕາງໜ້າສູນກາງຊາວໜຸ່ມ ປປ ລາວ ກ່າວສະແດງຄວາມຂອບໃຈມາຍັງ CMG ກໍຄືທຸກພາກສ່ວນທີ່ໄດ້ສະໜອງເວທີທີ່ດີແລະເປີດກວ້າງແນວຄວາມຄິດໃຫ້ແກ່ຊາວໜຸ່ມລາວໄດ້ກ້າສະແດງອອກ ກໍຄືສ້າງແລະຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານໜຸ່ມລາວໃຫ້ມີຄວາມໜັກແໜ້ນດ້ານການເມືອງແລະເຕີບໃຫຍ່ໃນການນຳພາຕົວຈິງເພື່ອສະໜອງບຸກຄະລາກອນປະຕິວັດຮຸ່ນສືບທອດທີ່ມີຄຸນນະພາບໃຫ້ແກ່ການຈັດຕັ້ງພັກ-ລັດແຕ່ລະຂັ້ນ, ເຊິ່ງເຮັດໃຫ້ຊາວໜຸ່ມລາວທົ່ວປະເທດສຸມສາຍຕາມາໃສ່ງານນີ້ດວ້ຍຄວາມສົນໃຈ. ເຊື່ອໝັ້ນວ່າຜູ້ເຂົ້າແຂ່ງຂັນທຸກຄົນຈະໄດ້ຮັບບົດຮຽນ ແລະປະສົບການທີ່ດີໃນການເຂົ້າຮວ່ມແຂ່ງຂັນຄັ້ງນີ້ ເພື່ອນໍາເອົາຜົນງານນີ້ໄປປະກອບສ່ວນ ເສີມສ້າງພະລັງແຫ່ງຊາວໜຸ່ມໃຫ້ແກ່ການສ້າງສາພັດທະນາປະເທດຊາດໃຫ້ກ້າວສູ່ຄວາມຈະເລີນ.

ທ່ານ ອ່ານສຽວຢວີ ຫົວໜ້າສູນຜະລິດລາຍການພາສາອາຊີ-ອາຟຣິກກາ CMG ໄດ້ຝາກຄໍາອວຍພອນໃຫ້ແກ່ງານແຂ່ງຂັນຄັ້ງນີ້ທີ່ນະຄອນຫຼວງປັກກິ່ງຂອງຈີນ ໂດຍໄດ້ຍ້ອງຍໍຊົມເຊີຍແລະຄວາມປາຖະໜາອັນແຮງກ້າມາຍັງຊາວໜຸ່ມສອງປະເທດຈີນ-ລາວ ຈົ່ງແລກປ່ຽນກັນຢ່າງບໍ່ຢຸດຢັ້ງ ເພື່ອເປັນຜູ້ສືບທອດ ແລະເສີມຂະຫຍາຍມິດຕະພາບສອງປະເທດຈີນ-ລາວ ໃຫ້ໄດ້ສືບທອດຕໍ່ໆກັນໄປແຕ່ລະເຊັ່ນຄົນຢ່າງຍືນຍົງຄົງຕົວຕະຫຼອດໄປ. ໃນຕໍ່ໜ້າ, ພວກເຮົາຈະຮ່ວມກັບຄູ່ຮ່ວມມືຝ່າຍລາວ ຊຸກຍູ້ການແລກປ່ຽນ ສົນທະນາ ກັນ ລະຫວ່າງຊາວໜຸ່ມເຍົາວະຊົນຕື່ມອີກ, ຮັດແໜ້ນມິດຕະພາບລະຫວ່າງ ຊາວໜຸ່ມຈີນ-ລາວຕື່ມອີກ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນ ຈີນ-ລາວໃຫ້ຂະຫຍາຍຕົວຢ່າງໝັ້ນຄົງຍາວນານສົມກັບວ່າຈີນ-ລາວແມ່ນຄູ່ຮວ່ມຊະຕາກັນດຽວກັນ.

ງານແຂ່ງຂັນເວົ້າຄັ້ງນີ້ໄດ້ດຶງດູດຊາວໜຸ່ມໃນທົ່ວປະເທດເກືອບ 400 ຄົນເຂົ້າຮ່ວມການແຂ່ງຂັນໃນຫຼາຍຮອບ ແລະໄດ້ຄັດເລືອກຊາວໜຸ່ມດີເດັ່ນ 10 ຄົນເພື່ອແຂ່ງຂັນຊີງຊະນະເລີດ ເຊິ່ງພວກເຂົາເຈົ້າຕ່າງຄົນຕ່າງໄດ້ແບ່ງປັນທັດສະນະ ແລະແນວຄວາມຄິດຂອງຕົນເອງ ໂດຍປິ່ນອ້ອມຫົວຂໍ້ “ເສັ້ນທາງກ້າວສູ່ອະນາຄົດຂອງ ສປປ ລາວ” ພາຍໃຕ້ສະຖານະການສາກົນທີ່ມີທັງກາລະໂອກາດ ແລະສິ່ງທ້າທາຍຫຼາຍປະການໃຫ້ແກ່ປະເທດຊາດລາວ. ຜ່ານການແຂ່ງຂັນ ໂດຍການທົດສອບດ້ານຄວາມຮູ້-ຄວາມສາມາດ, ການຕອບຄໍາຖາມ ທີ່ມີໄຫວພິບປະຕິພານ ແລະ ໄດ້ສ້າງຄວາມປະທັບໃຈຕໍ່ຄະນະກໍາມະການ, ໃນນັ້ນ, ນາງ ແຊມຄໍາ ໝື່ນສີ ຄູຝຶກສ້າງຄວາມສາມາດໃຫ້ກັບໄວໜຸ່ມ ໄດ້ເປັນຜູ້ຊະນະເລີດໃນງານແຂ່ງຂັນຄັ້ງນີ້.

ນາງ ແຊມຄໍາ ໝື່ນສີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ, ຂອບໃຈຕໍ່ຄະນະຈັດງານທີ່ໄດ້ສ້າງລາຍການແຂ່ງຂັນທີ່ດີແບບນີ້ໃຫ້ແກ່ຊາວໜຸ່ມລາວ, ສະເພາະຕົນເອງໄດ້ຮັບຮູ້ແນວຄວາມຄິດທີ່ສ້າງສັນຈາກຜູ້ເຂົ້າແຂ່ງຂັນ ທີ່ສາມາດກາຍເປັນແຮງບັນດານໃຈ ໃຫ້ກັບຕົນເອງໃນໜ້າທີ່ວຽກງານກໍຄືການໃຊ້ຊີວິດໃຫ້ດີຂຶ້ນ.