ງານຕະຫຼາດການທ່ອງທ່ຽວສາກົນຈີນ 2022 ເນັ້ນການຮ່ວມມືດ້ານການທ່ອງທ່ຽວຕາມເສັ້ນທາງລົດໄຟຈີນ-ລາວ

2022-07-23 00:04:21 CRI

ວັນທີ 22 ກໍລະກົດປີ 2022 ນີ້, ງານຕະຫຼາດການທ່ອງທ່ຽວສາກົນຈີນ 2022 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນ. ໃນງານຄັ້ງນີ້ ບໍ່ພຽງແຕ່ໄດ້ວາງສະແດງຊັບພະກອນການທ່ອງທ່ຽວດ້ານທຳມະຊາດ ແລະ ວັດທະນະທຳຂອງຈີນເທົ່ານັ້ນ, ຍັງໄດ້ວາງສະແດງຊັບພະຍາກອນການທ່ອງທ່ຽວທີ່ເປັນເອກະລັກຂອງປະເທດຕ່າງໆໃນໂລກອີກດ້ວຍ. ໃນງານຄັ້ງນີ້, ມີ 71 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມການວາງສະແດງຜ່ານຮູບການອອນລາຍ ແລະ ອອຟລາຍ. ໃນໄລຍະກອງປະຊູມ, ຍັງໄດ້ຈັດເວທີປຶກສາຫາລືພາຍໃຕ້ຫົວຂໍ້ທີ່ວ່າ ເສັ້ນທາງລົດໄຟຈີນ-ລາວຊ່ວຍຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳອາຊີ, ໂດຍສຸມໃສ່ການພັດທະນາການທ່ອງທ່ຽວສາກົນຕາມເສັ້ນທາງລົດໄຟຈີນ-ລາວ. ທ່ານດາວເພັດ ຈັນທະນະສິນ ຮອງກົງສຸນໃຫຍ່ຂອງສປປລາວປະຈຳຄຸນໝິງກ່າວວ່າ: ເສັ້ນທາງລົດໄຟລາວຈີນເປັນເສັ້ນທາງຍຸດທະສາດ, ເປັນຄວາມຫວັງຂອງປະຊາຊົນລາວ ກໍຄືປະຊາຊົນລາວ. ຖ້າມີເສັ້ນທາງລົດໄຟສາຍນີ້, ການພັດທະນາເສດຖະກິດລະຫວ່າງສອງຟາກທາງລົດໄຟ ແຕ່ເໜືອຮອດນະຄອນຫຼວງວຽງຈັນ, ຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ການພັດທະນາເສດຖະກິດສັງຄົມຈະມີການຂະຫຍາຍຕົວ.