ໜ່ວຍແພດ “ຂະບວນລົດໄຟສັນຕິພາບ-2022” ລະຫວ່າງຈີນ-ລາວດຳເນີນ ການເຝິກຊ້ອມດ້ານການປ້ອງກັນແລະຄວບຄຸມຜະຍາດຕິດແປດຮ່ວມກັນ

2022-07-24 15:22:41 CRI

 

ຕາມຂ່າວCRI: ວັນທີ 23 ກໍລະກົດນີ້, ໜ່ວຍແພດ ຂະບວນລົດໄຟສັນຕິພາບ-2022” ລະຫວ່າງຈີນ-ລາວໄດ້ເພີ່ມດຳເນີນການ ເຝິກຊ້ອມລ່ວງໜ້າເປັນຄັ້ງທຳອິດຢູ່ແຂວງວຽງຈັນຂອງລາວ, ທິມຄວບຄຸມ ພະຍາດແລະຄວບຄຸມການຊຶມເຊື້ອຂອງໜ່ວຍແພດກອງທັບຈີນໄດ້ດຳເນີນການເຝິກຊ້ອມດ້ານການປ້ອງກັນແລະຄວບຄຸມພະຍາດຕິດແປດຮ່ວມກັນໃນເວລາດຽວກັນ.


 

ການເຝິກຊ້ອມຄັ້ງນີ້,ທິມຄວບຄຸມດພະຍາດແລະຄວບຄຸມການຊຶມເຊື້ອຂອງໜ່ວແພດ ຂະບວນລົດໄຟສັນຕິພາບ ແມ່ນສ່ວນຫຼາຍມາຈາກສູນປ້ອງກັນ ແລະຄວບຄຸມພະຍາດຂອງກອງທັບປົດປ່ອຍປະຊາຊົນຈີນ, ໄດ້ນຳເອົາລົດ ກວດຫາເຊື້ອໄວຣັສ, ລົດປ້ອງກັນພະຍາດສະໜາມແລະອຸປະກອນ ສາທາລະນະສຸກອື່ນໆ, ເຊິ່ງຖືກນຳໃຊ້ເຂົ້າໃນການເຝິກຊ້ອມດ້ານການປ້ອງກັນ ແລະຄວບຄຸມສະພາບພະຍາດໂຄວິດ-19,ການກວດຫາເຊື້ອແລະການຊອກຫາແຫຼ່ງກຳເນີດເຊື້ອໄວຣັສ, ການສຳຫຼວດດ້ານລະບາດວິທະຍາ, ການສຳຫຼວດ ແລະຈັດການສຸຂະວິທະຍາກາງສະໜາມແລະວຽກງານອື່ນໆ.