ເກີດພະຍາດອະຫິວາໝູຢູ່ແຂວງໂຕະຊິກິປະເທດຍີ່ປຸ່ນ

2022-07-24 16:44:00 cri

      ກະຊວງກະສິກຳ,ປ່າໄມ້ແລະສິນໃນນ້ຳຍີ່ປຸ່ນໄດ້ປະກາດໃນວັນທີ 23 ກໍລະກົດນີ້ວ່າ: ຜ່ານການກວດກາວັກແທກຈາກອົງການຄົ້ນຄວ້າສັງລວມເຕັກນິກກະສິກຳແລະອຸດສາຫະກຳອາຫານແຫ່ງຊາດຍີ່ປຸ່ນ, ຟາມລ້ຽງໝູແຫ່ງໜຶ່ງຢູ່ນະຄອນນະຊຸຄະຣະຊຸຢະມະແຂວງໂຕະຊິກິປະເທດຍີ່ປຸ່ນໄດ້ຖືກຢືນຢັນເກີດມີການລະບາດພະຍາດອະຫິວາໝູ, ຢູ່ຟາມລ້ຽງໝູດັ່ງກ່າວໄດ້ມີໝູປະມານ 54.000 ໂຕ, ຈະຖືກຂ້າຖິ້ມໝົດ.

      ຕາມສະຖານີວິທະຍຸໂທລະພາບຍີ່ປຸ່ນຫຼືNHK ລາຍງານວ່າ: ນີ້ແມ່ນການຂ້າຖິ້ມໝູຂະໜາດໃຫຍ່ທີ່ສຸດນັບແຕ່ໄດ້ມີການບັນທຶກການລະບາດພະຍາດອະຫິວາໝູຢູ່ຍີ່ປຸ່ນເປັນຕົ້ນມາ, ຄາດວ່າການຂ້າຖິ້ມໝູໃນຄັ້ງນີ້ຈະຕ້ອງການເວລາປະມານ 2 ເດືອນ.

      ພະຍາດອະຫິວາໝູແມ່ນພະຍາດລະບາດຊະນິດໜຶ່ງທີ່ເກີດຂຶ້ນກັບໝູຢ່າງກະທັນຫັນແລະແຜ່ເຊື້ອດ້ວຍການສຳຜັດ, ສ່ວນຫຼາຍໝູຕິດເຊື້ອຈະມີອາການເປັນໄຂ້, ເລືອດອອກຫຼາຍຕາມອະໄວຍະວະພາຍໃນແລະມີອັດຕາການຕາຍສູງ, ບໍ່ມີຜົນຮ້າຍໂດຍກົງຕໍ່ມະນຸດ.