WHOປະກາດວ່າສະພາບພະຍາດໝາກສຸກລີງທີ່ໄດ້ເກີດຂຶ້ນຢູ່ຫຼາຍປະເທດເປັນ: “ເຫດການສຸກເສີນດ້ານສາທາລະນະສຸກທີ່ສາກົນຕ້ອງເອົາໃຈໃສ່”

2022-07-24 15:21:39 CRI

 

ຕາມຂ່າວCRI: ວັນທີ 23 ກໍລະກົດນີ້, ທ່ານເໂດຼສ ເກເບຼເຢຊຸສ, ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກຫຼື WHO ປະກາດວ່າ: ປັດຈຸບັນນີ້ສະພາບພະຍາດໝາກສຸກລີງທີ່ໄດ້ແຜ່ລະບາດຢູ່ 75 ປະເທດແລະເຂດແຄ້ວນໄດ້ກາຍເປັນ ເຫດການສຸກເສີນດ້ານສາທາລະນະສຸກທີ່ສາກົນ ຕ້ອງເອົາໃຈໃສ່, ນີ້ແມ່ນການເຕືອນໄພ ສາທາລະນະສຸກທີ່ມີລະດັບສູງສຸດ ເຊິ່ງຖືກປະກາດໂດຍ WHO.


ທ່ານເໂດຼສ ເກເບຼເຢຊຸສຍັງກ່າວຕື່ມວ່າ: ເຖິງແມ່ນວ່າ ທ່ານໄດ້ປະກາດວ່າສະພາບພະຍາດໝາກສຸກລີງໄດ້ເປັນ ເຫດການສຸກເສີນດ້ານ ສາທາລະນະສຸກທີ່ສາກົນຕ້ອງເອົາໃຈໃສ່ ກໍຕາມ , ແຕ່ວ່າເມື່ອພິຈາລະນາໃນ ປັດຈຸບັນ, ສາມາດຜ່ານຈາກການນຳໃຊ້ມາດຕະການທີ່ ຖືກຕ້ອງໃນກຸ່ມຄົນ ເປົ້າໝາຍທີ່ຖືກຕ້ອງເພື່ອສະກັດກັ້ນສະພາບພະຍາດ.