ການລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາແລະໄທເທື່ອທີ 119 ປະສົບຜົນສຳເລັດຢ່າງຈົບງາມ

2022-07-24 13:47:16 cri

 



ວັນທີ 23 ກໍລະກົດນີ້, ກອງໃຫຍ່ຕຳຫຼວດລາດຕະເວນທາງນ້ຳ ຂອງພະແນກປ້ອງກັນຄວາມສະຫງົບແຂວງຢູນນານ ສປ ຈີນໄດ້ຖະແຫຼງຂ່າວ ວ່າ: ເຮືອປະຕິບັດກົດໝາຍສອງລຳຂອງຝ່າຍຈີນທີ່ເຂົ້າຮ່ວມການລາດຕະເວນ ປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາແລະໄທເທື່ອທີ 119 ນັ້ນໄດ້ກັບຄືນສູ່ທ່າເຮືອກ່ວນເຫຼີຍ ກິ່ງແຂວງສິບສອງພັ່ນນາ ແຂວງຢູນນານ ດ້ວຍຄວາມສະຫວັດດີພາບ ໃນເວລາ 9 ໂມງ ຂອງວັນທີ 22 ກໍລະກົດນີ້, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການລາດຕະເວນ ປະຕິບັດກົດໝາຍຮ່ວມຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ກ່ອນໜ້ານີ້,  ເຮືອປະຕິບັດກົດໝາຍຂອງຝ່າຍລາວ ແລະມຽນມາທີ່ເຂົ້າຮ່ວມການລາດຕະເວນ ໄດ້ສຳເລັດການປະຕິບັດໜ້າທີ່ແລ້ວກັບຄືນສູ່ທ່າເຮືອຂອງປະເທດຕົນດ້ວຍຄວາມສະຫວັດດີພາບ.

    ໃນໄລຍະການປະຕິບັດໜ້າທີ່, ໜ່ວຍລາດຕະເວນຮ່ວມໄດ້ຊ່ວຍເຫຼືອເຮືອບັນທຸກສິນຄ້າຂອງມຽນມາລຳໜຶ່ງທີ່ຕຳແກ້ງ ແລະເກີຍຕື້ນນັ້ນຢ່າງສຳເລັດຜົນ, ໂດຍສາມາດກູ້ຄືນຄວາມເສຍຫາຍດ້ານ ເສດຖະກິດໂດຍກົງທີ່ຄິດໄລ່ເປັນເງິນຢວນຈີນມູນຄ່າ 2 ລ້ານກວ່າຢວນ.