ອູແກຣນຈະສະຫຼອງວັນຊາດເປັນເທື່ອທຳອິດໃນວັນທີ 28 ກໍລະກົດນີ້

2022-07-25 11:53:36 CRI


    ວັນທີ 24 ກໍລະກົດນີ້,ໃນເວລາກ່າວຄຳປາໄສຜ່ານທາງວິດີໂອ, ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນກ່າວວ່າ, ອູແກຣນຈະສະຫຼອງວັນຊາດເປັນເທື່ອທຳອິດໃນວັນທີ 28 ກໍລະກົດນີ້.


    ກ່ອນໜ້ານີ້, ອູແກຣນໄດ້ກຳນົດເອົາວັນທີ 24 ສິງຫາຂອງແຕ່ລະປີເປັນວັນຊາດ ເພື່ອລະນຶກເຫດການອູແກຣນໄດຮັບຮອງເອົາຖະແຫຼງການປະກາດເອກະລາດໃນວັນທີ 24 ສິງຫາປີ 1991. ທ່ານເຊເລນສະກີໄດ້ລົງນາມໃນລັດຖະດຳລັດເມື່ອເດືອນພຶດສະພາປີນີ້ໂດຍກຳນົດເອົາວັນທີ 28 ກໍລະກົດເປັນວັນຊາດອູແກຣນ. ໃນເວລານັ້ນ, ທ່ານເຊເລນສະກີໄດ້ອະທິບາຍວ່າ ປີທີ່ສ້າງຕັ້ງນະຄອນຫຼວງກີແອັບສຳເລັດແມ່ນຈຸດເລີ່ມຕົ້ນຂອງການສ້າງຕັ້ງປະເທດອູແກຣນ, ສ່ວນການຈັດງານສະຫຼອງວັນຊາດໃນວັນທີ 28 ກໍລະກົດ ແມ່ນກົງກັບ “ວັນລ້າງບາບຂອງຣັສ (RUS)” ເພື່ອສະແດງໃຫ້ເຫັນປະຫວັດສາດອັນຍາວນານຂອງອູແກຣນ.