ທາງລົດໄຟລາວຈີນບວກກັບການທ່ອງທ່ຽວຜົນຮັບຈະໄດ້ຫຍັງ?

2022-07-25 15:42:55 cri

ຫວ່າງກ່ອນນີ້ບໍ່ດົນ, ງານຊື້ຂາຍການທ່ອງທ່ຽວສາກົນຈີນ 2022 ໄດ້ຈັດຂຶ້ນຢູ່ນະຄອນຄຸນມິງແຂວງຢຸນນານ ສປ ຈີນ. ຕາມຂ່າວແຈ້ງວ່າ, ງານຊື້ຂາຍເທື່ອນີ້ໄດ້ຈັດການເຄື່ອນໄຫວໂຄສະນາການທ່ອງທ່ຽວວັດທະນະທຳຈີນ-ລາວໂດຍສະເພາ, ສອງປະເທດລາວ-ຈີນຮ່ວມກັນອອກແຮງໂຄສະນາຊັບພະຍາກອນທ່ອງທ່ຽວດ້ານວັດທະນະທຳອັນອຸດົມສົມບຸນທີ່ລຽບຕາມທາງລົດໄຟລາວ-ຈີນ.

ສົ້ນເໜືອຂອງທາງລົດໄຟລາວຈີນເລີ່ມຈາກນະຄອນຄຸນໝິງ, ແລະສົ້ນໃຕ້ໄປຮອດນະຄອນຫຼວງວຽງຈັນ ສປປ ລາວ, ເຂດທີ່ລຽບຕາມທາງລົດໄຟດັ່ງກ່າວແມ່ນໜຶ່ງໃນເຂດທີ່ມີຊັບພະຍາກອນທ່ອງທ່ຽວອຸດົມສົມບູນທີ່ສຸດໃນໂລກ. ສະຖານທີ່ທ່ອງທ່ຽວເຊັ່ນ: ວຽງຈັນ, ວັງວຽງ, ຫຼວງພະບາງແລະອື່ນໆລ້ວນແຕ່ໄດ້ຮັບຄວາມນິຍົມຫຼາຍຈາກນັກທ່ອງທ່ຽວຈີນ. ສ່ວນທິວທັດທີ່ສວຍງາມ ແລະ ປະຫວັດສາດວັດທະນະທຳຈີນທີ່ເລິກເຊິ່ງກໍໄດ້ດຶງດູດນັກທ່ອງທ່ຽວລາວ. ຖ້າວ່າເອີ້ນຊັບພະຍາກອນທ່ອງທ່ຽວດ້ານວັດທະນະທຳຢູ່ເຂດລຽບຕາມທາງລົດໄຟລາວ-ຈີນວ່າເປັນໄຂ່ມຸກຫຼາຍເມັດ, ທາງລົດໄຟລາວ-ຈີນກໍຄື “ເສັ້ນໃໝຄຳ” ທີ່ກອດກ້ຽວໄຂ່ມຸກເຫຼົ່ານີ້ເອົາໄວ້.

ພາຍຫຼັງທາງລົດໄຟລາວ-ຈີນເປີດການນຳໃຊ້ເປັນຕົ້ນມາ, ການຂົນສົ່ງຜູ້ໂດຍສານແລະການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການທ່ອງທ່ຽວລຽບຕາມທາງລົດໄຟລາວ-ຈີນກໍສະແດງໃຫ້ເຫັນຈຸດເດັ່ນຢ່າງຫຼວງຫຼາຍ. ນັບມາຮອດຕົ້ນເດືອນກໍລະກົດນີ້, ທາງລົດໄຟລາວ-ຈີນລວມໄດ້ຂົນສົ່ງຜູ້ໂດຍສານ 4,11 ລ້ານເທື່ອຄົນ, ໃນນັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດຈີນຂົນສົ່ງຜູ້ໂດຍສານໄດ້ 3,57 ລ້ານເທື່ອຄົນ, ຕອນຢູ່ປະເທດລາວຂົນສົ່ງຜູ້ໂດຍສານໄດ້ 5,4 ແສນເທື່ອຄົນ.

ທາງລົດໄຟລາວ-ຈີນຕອນຢູ່ປະເທດຈີນໄດ້ເຊື່ອມຕໍ່ກັບນະຄອນຄຸນມິງ, ນະຄອນຢວີ້ຊີ່, ນະຄອນຜູເອີແລະກິ່ງແຂວງສິບສອງພັ່ນນາຂອງແຂວງຢຸນນານ, ມີເຜົ່າຮັ້ນ, ເຜົ່າຢີ, ເຜົ່າຮານີ, ເຜົ່າລື້ແລະອື່ນໆຫຼາຍຊົນເຜົ່າອາໄສຢູ່ສີ່ເຂດດັ່ງກ່າວ, ທາງລົດໄຟລາວ-ຈີນເປີດການນຳໃຊ້ໄດ້ເພີ່ມແມ່ແຮງໃໝ່ໃຫ້ແກ່ການພັດທະນາເສດຖະກິດລຽບຕາມຊາຍແດນພາກຕາເວັນຕົກສຽງໃຕ້ຂອງຈີນ. ເຊັ່ນ, ບ້ານມ້ານຈາງເຊິ່ງເປັນບ້ານເຜົ່າລື້ທີ່ມີມູນເຊື້ອຕັ້ງຢູ່ໃກ້ສະຖານີລົດໄຟເຢຍຊ້ຽງກູຂອງທາງລົດໄຟລາວ-ຈີນ, ໃນຫຼາຍປີມານີ້, ບ້ານມ້ານຈາງໄດ້ດຶງດູດນັກທ່ອງທ່ຽວດ້ວຍໂຄງການມໍລະດົກວັດທະນະທຳນາມມະທຳຫຼາຍໂຄງການ. ພາຍຫຼັງທາງລົດໄຟລາວ-ຈີນເປີດການນຳໃຊ້ແລ້ວ, ນັກທ່ອງທ່ຽວທີ່ໄປທ່ຽວບ້ານມ້ານຈາງນັບມື້ນັບຫຼາຍຂຶ້ນ, ບ້ານພັກ ແລະ ຮ້ານອາຫານຂອງບ້ານນີ້ກໍນັບມື້ນັບຫຼາຍຂຶ້ນ, ແລະຊາວບ້ານກໍນັບມື້ນັບຮັ່ງມີຂຶ້ນເຊັ່ນກັນ.

ພ້ອມກັນນັ້ນ, ຢູ່ທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ, ການເປີດການນຳໃຊ້ທາງລົດໄຟກໍໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນລາວທີ່ອາໄສລຽບຕາມທາງລົດໄຟດັ່ງກ່າວ. ຄຽງຄູ່ກັບທາງລົດໄຟລາວ-ຈີນເປີດການນຳໃຊ້ຢ່າງເປັນທາງການ, ຈາກນະຄອນຫຼວງວຽງຈັນເຖິງຊາຍແດນລາວ-ຈີນໃຊ້ເວລາຈາກ 2 ມື້ຫຼຸດລົງເປັນສາມຊົ່ວໂມງເຄິ່ງ. ຕອນເຊົ້າເດີນທາງອອກຈາກນະຄອນຫຼວງວຽງຈັນສາມາດໄປຮອດນະຄອນຄຸນມິງຂອງຈີນໃນຕອນບ່າຍ; ການເຊື່ອມຈອດກັນລະຫວ່າງຈີນກັບລາວໄດ້ບັນລຸການພັດທະນາແບບກ້າວກະໂດດ. ບໍ່ວ່ານະຄອນຫຼວງວຽງຈັນ, ເຂດວັງວຽງຫຼືວ່າເມືອງບໍ່ເຕັນທີ່ຢູ່ຊາຍແດນລະຫວ່າງສອງປະເທດລາວ-ຈີນລ້ວນແຕ່ໄດ້ນັບມື້ນັບພັດທະນາດີຂຶ້ນ, ຮ້ານອາຫານ, ບ້ານພັກແລະຮ້ານຄ້າຕ່າງໆດ້ຮັບແຂກຫຼາຍຂຶ້ນ. ໃນໄລຍະພັກເຂົ້າພັນສາປີນີ້, ນັກທ່ອງທ່ຽວໄທທີ່ເຂົ້າມາທ່ຽວປະເທດລາວໄດ້ເພີ່ມຂຶ້ນໜຶ່ງເທົ່າ, ທາງລົດໄຟລາວ-ຈີນກໍໄດ້ກາຍເປັນທາງເລືອກໃໝ່ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວໄທ. ຫວ່າງກ່ອນນີ້ບໍ່ດົນ, ລັດຖະບານລາວໄດ້ກ່າວວ່າ, ທາງລົດໄຟລາວ-ຈີນໄດ້ດຶງດູດນັກທ່ອງທ່ຽວຫຼາຍກວ່າເກົ່າ, ປະເທດລາວຈະພະຍາຍາມຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 3 ລ້ານເທື່ອຄົນໃນປີນີ້.

ໂດຍແນໃສ່ຄວາມຕ້ອງການອອກເດີນທາງຫຼາຍຮູບການຂອງປະຊາຊົນລາວ, ບໍລິສັດທາງລົດໄຟລາວ-ຈີນທີ່ຮັບຜິດຊອບການແລ່ນລົດໄຟລາວ-ຈີນຕອນປະເທດລາວໄດ້ເພີ່ມຖ້ຽວລົດໄຟຈາກວຽງຈັນຫາບໍ່ເຕັນທີ່ມີຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງເຊິ່ງມີລາຄາປີ້ອ່າວຖືກ, ພ້ອມກັນນັ້ນໄດ້ເປີດຂະບວນລົດໄຟຄວາມໄວສູງຈາກນະຄອນຫຼວງວຽງຈັນຫາຫຼວງພະບາງ ແລະ ເມືອງໄຊ, ເພື່ອຍົກສູງຄວາມສາມາດການຂົນສົ່ງຜູ້ໂດຍສານ, ແລະສະໜອງທາງເລືອກຫຼາຍຢ່າງດ້ານອອກເດີນທາງໃຫ້ແກ່ປະຊາຊົນທີ່ອາໄສຢູ່ເຂດລຽບຕາມທາງລົດໄຟ.

ປະເທດຈີນ ແລະ ປະເທດລາວເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ຂະແໜງການທ່ອງທ່ຽວແມ່ນໜຶ່ງໃນຂົງເຂດຮ່ວມມືຫຼາຍທີ່ສຸດຂອງການຮ່ວມມືລະຫວ່າງສອງປະເທດມາເປັນໄລຍະດົນນານມານີ້. ໃນຕໍ່ໜ້າ, ຄຽງຄູ່ກັບທາງລົດໄຟລາວ-ຈີນຂະຫຍາຍກວ້າງອອກ, ສາມາດເຊື່ອມຕໍ່ປະເທດໄທຈົນເຖິງມາເລເຊຍ ແລະ ສິງກະໂປ, ຮອດເວລານັ້ນ, ປະເທດຕ່າງໆຂອງເຂດອາຊີຕາເວັນອອກສຽງໃຕ້ລ້ວນແຕ່ຈະໄດ້ຮັບໂອກາດພັດທະນາໃໝ່.