“ການແຂ່ງຂັນເວົ້າສຳຫຼັບຊາວໜຸ່ມລາວ” ໄດ້ຈັດຂຶ້ນຢ່າງສຳເລັດຜົນ

2022-07-25 12:02:05 CRI


    ຫວ່າງມໍ່ໆມານີ້,ການແຂງຂັນເວົ້າສຳຫຼັບຊາວໜຸ່ມລາວທີ່ຈັດຂຶ້ນໂດຍສູນລາຍການພາສາອາຊີ-ອາຟຼິກາຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ.




     ໃນການແຂ່ງຂັນເວົ້າເທື່ອນີ້ ມີຜູ້ເຂົ້າຮ່ວມເກືອບ 400 ຄົນແລະຜ່ານດຳເນີນການແຂ່ງຂັນຫຼາຍຮອບ, ໂດຍຄັດເລືອກໄດ້ຜູ້ດີເດັ່ນ 10 ຄົນຜ່ານເຂົ້າຮ່ວມການແຂ່ງຂັນຮອບສຸດທ້າຍ. ໃນການແຂ່ງຂັນຮອບສຸດທ້າຍ, 10 ຄົນດັ່ງກ່າວໄດ້ເວົ້າກ່ຽວກັບບົດບາດ ແລະ ພັນທະໜ້າທີ່ຂອງຊາວໜຸ່ມໃນການພັດທະນາສັງຄົມໂດຍປິ່ນອ້ອມຫົວຂໍ້ “ເສັ້ນທາງພັດທະນາຂອງປະເທດລາວ”.



     ສື່ມວນຊົນຕົ້ນຕໍຂອງລາວໄດ້ລາຍງານການແຂ່ງຂັນເທື່ອນີ້ຢ່າງກວ້າງຂວາງ. ໃນນັ້ນ, “ໜັງສືພິມປະຊາຊົນ” ສຽງຂອງພັກປະຊາຊົນປະຕິວັດລາວໄດ້ພິມບົດເວົ້າຂອງຜູ້ເຂົ້າຮ່ວມການແຂ່ງຂັນຢ່າງຕໍ່ເນື່ອງໃນຫຼາຍມື້ມໍ່ໆມານີ້, ສ່ວນສື່ມວນຊົນຕົ້ນຕໍອື່ນໆຂອງລາວເກືອບ 10 ແຫ່ງ ເຊັ່ນ: ຂ່າວສານປະເທດລາວ ເຊິ່ງເປັນສຳນັກງານຂ່າວສານແຫ່ງລັດຂອງລາວ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວກໍ່ໄດ້ລາຍງານການແຂ່ງຂັນເທື່ອນີ້ເຊັ່ນດຽວກັນ.