ທະຫານຣັດເຊຍໂຈມຕີເປົ້າໝາຍການທະຫານຂອງອູແກຣນ

2022-07-25 11:49:37 cri


   ວັນທີ24ກໍລະກົດນີ້, ກະຊວງປ້ອງກັນປະເທດຣັດເຊຍແຈ້ງໃຫ້ຊາບວ່າ: ທະຫານຣັດເຊຍໄດ້ໂຈມຕີອຸປະກອນທະຫານທາງອາກາດຂອງອູແກຣນຢູ່ສະໜາມບິນກິໂຣໂວກຣາດດ້ວຍອາວຸດເຕັກນິກສູງ. ທະຫານຣັດເຊຍຍັງໄດ້ໂຈມຕີກຳປັ່ນຮົບຂອງອູແກຣນລຳໜຶ່ງທີ່ຈອດຢູ່ທ່າເຮືອໂອເດຊາ ໂດຍໄດ້ທຳລາຍເຄື່ອງຜະລິດທີ່ກຳລັງສ້ອມແປງແລະດັດແປງກຳປັ່ນຮົບຂອງທະຫານເຮືອອູແກຣນ.

   ວັນທີ24ກໍລະກົດນີ້,ກົມໃຫຍ່ເສນາທິການຂອງກອງທັບອູແກຣນກ່າວວ່າ: ຢູ່ທິດຄຣາມາທອສກ໊,ທະຫານອູແກຣນໄດ້ຕອບໂຕ້ຄືນການບຸກໂຈມຕີຂອງທະຫານຣັດເຊຍຫຼາຍເທື່ອ,ທະຫານຣັດເຊຍປະສົບຄວາມເສຍຫາຍແລະຖອນກຳລັງອອກໄປ.