ເກີດເຫດຍິງກັນຢູ່ມະຫາວິທະຍາໄລທີ່ຟິລິບປິນມີຜູ້ເສຍຊີວິດ3ຄົນ

2022-07-25 11:37:51 cri


   ວັນທີ 24 ກໍລະກົດນີ້, ທ່ານ ຈອຍ ເບວມອງດ໊ ເຈົ້າເມືອງເມືອງ ຄຸຍຊອນ ປະເທດຟິລິບປິນໄດ້ອອກຖະແຫຼງການວ່າ: ເຫດການຍິງກັນທີ່ເກີດຂຶ້ນຢູ່ມະຫາວິທະຍາໄລອາເຕນິວເຮັດໃຫ້ມີຜູ້ເສຍຊີວິດ3ຄົນ,ເຊິ່ງລວມທັງອະດີດເຈົ້າເມືອງຄົນໜຶ່ງທີ່ມາຈາກແຂວງບາຊີລານ  ພາກໃຕ້ຟິລິບປິນ.

   ສ່ວນທ່ານເຟີດີນານ ມາກ໊ອດ ປະທານາທິບໍດີຟິລິບປິນໄດ້ອອກຖະແຫຼງການຜ່ານສື່ສັງຄົມອອນລາຍ ໂດຍສະແດງຄວາມຕື່ນຕົກໃຈແລະໂສກເສົ້າຕໍ່ເຫດການຍິງກັນດັ່ງກ່າວ ພ້ອມທັງສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຄອບຄົວແລະຍາດຕິພີ່ນ້ອງຂອງຜູ້ປະສົບເຄາະຮ້າຍໃນເຫດການດັ່ງກ່າວ. ທ່ານມາກ໊ອດຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງສືບສວນເຫດການນີ້ຢ່າງເຖິງຖອງ.