ທ່ານວາງຢີ້ເຂົ້າຮ່ວມກອງປະຊຸມສຳມະນາລະນຶກການເຊັນ “ຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້” ຄົບຮອບ 20 ປີ ແລະ ກ່າວຄຳປາໄສ

2022-07-25 17:53:03 cri


    ວັນທີ 25 ກໍລະກົດນີ້, ທ່ານ
ວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຳມະນາລະນຶກການເຊັນ “ຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້” ຄົບຮອບ 20 ປີຜ່ານທາງວິດີໂອ ແລະ ກ່າວຄຳປາໄສ.
    
ວັນທີ 25 ກໍລະກົດນີ້, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຳມະນາລະນຶກການເຊັນ “ຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້ ຄົບຮອບ 20 ປີຜ່ານທາງວິດີໂອ ແລະ ກ່າວຄຳປາໄສ.

ທ່ານ ວາງຢີ້ ກ່າວວ່າ, “ຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້ ແມ່ນເອກະສານທາງການເມືອງກ່ຽວກັບບັນຫາທະເລຈີນໃຕ້ສະບັບທຳອິດທີ່ຈີນ ກັບ ບັນດາປະເທດສະມາຊິກອາຊຽນເຊັນກັນ ໂດຍໄດ້ກຳນົດຫຼັກການພື້ນຖານ ແລະ ກົດລະບຽບຮ່ວມກັນເພື່ອແກ້ໄຂບັນຫາທະເລຈີນໃຕ້ສຳລັບບັນດາຝ່າຍ. ການລົງລາຍເຊັນ ແລະ ການຈັດຕັ້ງປະຕິບັດຖະແຫຼງການດັ່ງກ່າວຢ່າງສຳເລັດຜົນ ໄດ້ນຳມາບັນດາປັດໃຈຕ່າງໆທີ່ສຳຄັນ ຄື: ໜຶ່ງ, ສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້ ແມ່ນປະຖົມປັດໄຈອັນສຳຄັນຂອງການພັດທະນາພາກພື້ນນີ້; ສອງ, ປະເທດໃນພາກພື້ນແມ່ນເຈົ້າຂອງອັນແທ້ຈິງຂອງການ ແກ້ໄຂບັນຫາທະເລຈີນໃຕ້ຢ່າງເໝາະສົມ; ອັນສຸດທ້າຍ, ຮູບແບບອາຊີຕາເວັນອອກ ແມ່ນຊ່ອງທາງບັງເກີດຜົນຂອງການເຕົ້າໂຮມ ແລະ ຮັກສາຄວາມຮັບຮູ້ທີ່ເປັນເອກະພາບກັນ.

ທ່ານ ວາງຢີ້ ກ່າວເນັ້ນໜັກວ່າ, ພາຍໃຕ້ເງື່ອນໄຂປະຫວັດສາດໃໝ່, ພວກເຮົາຄວນຈື່ຈຳຈຸດປະສົງແຕ່ຫົວທີໃຫ້ແໜ້ນ, ສ້າງທະເລຈີນໃຕ້ໃຫ້ເປັນທະເລແຫ່ງສັນຕິພາບ, ທະເລມິດຕະພາບ ແລະ ທະເລການຮ່ວມມື. ເພື່ອເລື່ອງນີ້, ພວກເຮົາຕ້ອງເຮັດໄດ້ 4 ປະການ ຄື: ໜຶ່ງ, ສືບຕໍ່ຮັກສາສັນຕິພາບ ເຊິ່ງເປັນເສັ້ນເພດານຕ່ຳສຸດໃຫ້ດີ; ສອງ, ຊຸກຍູ້ການສົນທະນາ ແລະ ການປຶກສາຫາລືຢ່າງຕໍ່ເນື່ອງ; ສາມ, ສືບຕໍ່ລົງເລິກການຮ່ວມມືເທິງທະເລ; ແລະອັນສຸດທ້າຍ ແມ່ນສືບຕໍ່ຊຸກຍູ້ການຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້ ຫຼື COC.