ປະທານາທິບໍດີຟີລິບປີນສະເໜີບົດລາຍງານສະພາບແຫ່ງຊາດສະບັບທຳອິດໂດຍສຸມໃສ່ການຟື້ນຟູດ້ານເສດຖະກິດຂອງປະເທດ

2022-07-26 13:58:48 CRI

 

ຕາມຂ່າວCRI: ວັນທີ 25 ກໍລະກົດນີ້, ທ່ານເຟີດີນານ ໂຣມູເດສ ມາກອດ,ປະທານາທິບໍດີຟີລິບປີນໄດ້ສະເໜີບົດລາຍງານສະພາບແຫ່ງຊາດສະບັບທຳອິດພາຍຫຼັງໄດ້ດຳລົງຕຳແໜ່ງວ່າ:ລັດຖະບານຊຸດໃໝ່ຈະສຸມໃສ່ການຟື້ນຟູດ້ານເສດຖະກິດ, ດ້ວຍມາດຕະການປະຕິຮູບ, ຮັບມືກັບສິ່ງທ້າທາຍ ຕ່າງໆໃນດ້ານການພັດທະນາເສດຖະກິດ, ສະຖານະການສາກົນແລະອື່ນໆ.


ທ່ານເຟີດີນານ ໂຣມູເດສ ມາກອດກ່າວໃນເວລາສະເໜີ ບົດລາຍງານສະພາບ ແຫ່ງຊາດຕໍ່ສະມາຊິກຂອງສະພາຕ່ຳແລະສະພາສູງວ່າ: ການຊຸກຍູ້ການຟື້ນຟູ ດ້ານເສດຖະກິດແມ່ນໜ້າທີ່ທຳອິດຂອງລັດຖະບານຊຸດໃໝ່. ທ່ານໄດ້ສະເໜີ ຕົວເລກເປົ້າໝາຍການເຕີບໂຕດ້ານເສດຖະກິດປີ 2022 ນີ້ໃຫ້ຢູ່ ໃນລະດັບ 6,5% ຫາ 7,5%, ພ້ອມນັ້ນຍັງໄດ້ສະເໜີເປົ້າໝາຍ ການພັດທະນາດ້ານເສດຖະກິດຕ່າງໆ, ເຊັ່ນ: ການຫຼຸດອັດຕາຄວາມທຸກຍາກ, ການຫຼຸດໜີ້ສິນ, ຖົມຂຸມການເງິນ, ການຍົກສູງລາຍໄດ້ຂອງພົນລະເມືອງ ສະເລ່ຍຕໍ່ຫົວຄົນແລະອື່ນໆ.