ອາຄານຜູ້ໂດຍສານສະໜາມບິນແຫ່ງໜຶ່ງຢູ່ຣັດເທັກຊັສອາເມຣິກາເກີດເຫດການຍິງກັນ

2022-07-26 14:13:10 CRI

 

ຕາມຂ່າວCRI: ໃນຕອນເຊົ້າວັນທີ 25 ກໍລະກົດນີ້, ຢູ່ສະໜາມບິນ າຟຟິວນທີ່ນະຄອນດາລາສຣັດເທັຊັສຂອງອາເມຣິກາໄດ້ເກີດເຫດການຍິງກັນ.

 

ຝ່າຍຕຳຫຼວດກ່າວວ່າ: ໃນເວລາປະມານ 11 ໂມງ, ຜູ້ຍິງຄົນໜຶ່ງທີ່ມີອາຍຸ 37 ປີໄດ້ຍິງປືນຂຶ້ນເທິງເພດານອາຄານຜູ້ໂດຍສານສະໜາມບິນຫຼາຍມັດລຽນຕິດ, ແລະມີຕຳຫຼວດຜູ້ໜຶ່ງໄດ້ຍິງປືນໃສ່ຂາຂອງລາວ, ຫຼັງຈາກນັ້ນໄດ້ສົ່ງລາວໄປໂຮງ ໝໍ. ເຫດການດັ່ງກ່າວບໍ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບ. ຕາມການ ລາຍງານຂ່າວຈາກສື່ມວນຊົນອາເມຣິກາໃຫ້ຮູ້ວ່າ:  ຜູ້ຍິງຄົນນີ້ອາດມີຄວາມ ຂັດແຍງໃນຄອບຄົວ ຈຶ່ງຍິງປືນໃນສະຖານທີ່ສາທາລະນະ. ຫຼັງຈາກເກີດເຫດ ສະໜາມບິນແຫ່ງນີ້ໄດ້ຢຸດເຊົາການບໍລິການເປັນການຊົ່ວຄາວ.