ຈັດກິດຈະກຳໂຄສະນາສູ່ທົ່ວໂລກຜ່ານທາງອິນເຕີເນັດທີ່ມີຊື່ວ່າ “ທ່ຽວປະເທດຈີນ, ບ່ອນສວຍງາມທີ່ສຸດ” ຢ່າງເປັນທາງການ

2022-07-26 10:34:00 cri

ວັນທີ 25 ກໍລະກົດນີ້, ກິດຈະກຳໂຄສະນາສູ່ທົ່ວໂລກຜ່ານທາງອິນເຕີເນັດທີ່ມີຊື່ວ່າ “ທ່ຽວປະເທດຈີນ, ບ່ອນສວຍງາມທີ່ສຸດ” ປະຈຳປີ 2022 ທີ່ຈັດຂຶ້ນໂດຍສະຖານີວິທະຍຸໂທລະພາບສູນກາງຈີນ ຮ່ວມກັບເຂດແຂວງຕ່າງໆ ເຊັ່ນ: ເຂດປົກຄອງຕົນເອງມົງໂກໃນ, ແຂວງຮູເປີຍ, ຮູນານ ແລະ ຈ່ຽງຊູ່ເປັນຕົ້ນ ໄດ້ເລີ່ມຈັດຂຶ້ນຢ່າງເປັນທາງການຢູ່ນະຄອນເອີດົສຂອງເຂດປົກຄອງຕົນເອງມົງໂກໃນ.

ກິດຈະກຳຄັ້ງນີ້ ຈະຄັດເລືອກບ່ອນທ່ອງທ່ຽວດ້ານວັດທະນະທຳທີ່ມີເອກະລັກ ທັງມີຄວາມແຕກຕ່າງກັນລະຫວ່າງວັດທະນະທຳຈີນ ແລະ ຕ່າງປະເທດຈຳນວນໜຶ່ງຈາກຫຼາຍແຂວງ ແລະ ເຂດປົກຄອງຕົນເອງຂອງຈີນໂດຍປິ່ນອ້ອມ 5 ຫົວຂໍ້ຄື: ວັດທະນະທຳແມ່ນ້ຳຢັງຊີກຽງ, ວັດທະນະທຳແມ່ນ້ຳເຫຼືອງ, ວັດທະນະທຳຄອງໃຫຍ່, ວັດທະນະທຳນ້ຳກ້ອນ-ຫິມະ ແລະ ວັດທະນະທຳຊົນເຜົ່າ, ແລ້ວຈັດໃຫ້ເນັດໄອໂດໄປທ່ອງທ່ຽວ ເພື່ອສະແດງໃຫ້ທົ່ວໂລກເຫັນໄດ້ເຖິງວັດທະນະທຳຈີນທີ່ມີເອກະລັກ ແລະ ຈະເລີນຮຸ່ງເຮືອງ, ຊຸກຍູ້ການແລກປ່ຽນລະຫວ່າງວັດທະນະທຳ ທັງຊຸກຍູ້ການຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳທີ່ຕ່າງກັນ.

ເມືອງທຳອິດຂອງກິດຈະກຳຄັ້ງນີ້ ແມ່ນນະຄອນເອີດົສ, ບັນດາເນັດໄອໂດຈະໄປທ່ຽວທິດທັດທີ່ສວຍງາມຢູ່ທົ່ງຫຍ້າ, ທະເລຊາຍ, ໜອງ ແລະ ບ່ອນຄົດລ້ຽວຂອງແມ່ນ້ຳເຫຼືອງ ເພື່ອສຳຜັດກັບນະຄອນເອີດົສ ຕົວເມືອງທີ່ສ້າງຄວາມອົບອຸ່ນໃຫ້ແກ່ທົ່ວໂລກ.

ຫຼັງຈາກນັ້ນ, ບັນດາເນັດໄອໂດ ຍັງໄປແຂວງຈ່ຽງຊູ່, ຊ່ານຊີ່, ເຮີນານ, ຮູເປີຍ, ອ່ານຮຸ່ຍ, ຊ່ານຕຸ່ງ, ເຈີ້ຈ່ຽງ, ເຮີ່ຍລົງຈ່ຽງ ແລະແຫ່ງອື່ນໆ.