ກຳລັງຊາວໜຸ່ມໃນຂະບວນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ

2022-07-26 16:05:13 cri

ວັນທີ 21 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງເວທີປຶກສາຫາລືການພັດທະນາຊາວໜຸ່ມໂລກ, ໄດ້ສະແດງຄວາມປາດຖະໜາຕໍ່ຊາວໜຸ່ມຂອງທົ່ວໂລກໃນການຊ່ວຍເຫຼືອພາລະກິດການພັດທະນາຂອງໂລກ ແລະ ປະກອບສ່ວນກຳລັງຊາວໜຸ່ມຂອງຕົນໃຫ້ແກ່ປະຊາຄົມຮ່ວມຊາຕາກຳມ່ວນມະນຸດ.

ໃນເວທີປາໄສທີ່ເນັ້ນໃສ່ຫົວຂໍ້ “ການສຶກສາທີ່ມີຄຸນນະພາບສູງແບບກວມລວມແລະຍຸຕິທຳ” ຂອງເວທີປຶກສາຫາລືການພັດທະນາຊາວໜຸ່ມໂລກ, ທ້າວຊຽວຫັນ ຜູ້ຕາງໜ້າອາສາສະໝັກຈີນທີ່ໄປຊ່ວຍເຫຼືອປະເທດລາວໄດ້ແບ່ງປັນເລື່ອງລາວຂອງຕົນກ່ຽວກັບການປ່ຽນແປງຂອງຕົນແລະນັກຮຽນຂອງປະເທດລາວຍ້ອນການສຶກສາ. ນາງສຸກ ແມ່ນນັກຮຽນລາວຄົນໜຶ່ງ, ບໍ່ມີພື້ນຖານການຮຽນພາສາຈີນ, ແຕ່ວ່ານາງມີຄວາມຕັ້ງໃຈທີ່ສຸດ, ໃນເວລາເຂົ້າຮຽນ, ນາງໄດ້ນັ່ງຢູ່ແຖວໜ້າມາໂດຍຕະຫຼອດ, ລະດັບພາສາຈີນຂອງນາງມີຄວາມກ້າວໜ້າຢ່າງວ່ອງໄວ. ຕໍ່ມາ, ທ້າວຊຽວຫັນໄດ້ຮູ້ວ່າຄອບຄົບຂອງນາງສຸກທຸກຍາກຫຼາຍ, ໃນຂະນະທີ່ເຂົ້າຮຽນຍັງຕ້ອງເຮັດວຽກຫາເງິນ. ທ່າວຊຽວຫັນຖາມນາງສຸກວ່າ: ເປັນຫຍັງຈຶ່ງຕ້ອງຮຽນພາສາຈີນເມື່ອຊີວິດຫຍຸ້ງຍາກຫຼາຍປານນັ້ນ? ນາງສຸກຕອບວ່າ: ຢາກກຳໂອກາດພັດທະນາທີ່ດີກວ່າເກົ່າ, ກໍຄວນຮຽນພາສາຈີນໃຫ້ດີ. ປັດຈຸບັນ, ຍ້ອນຮູ້ພາສາຈີນເປັນຢ່າງດີ, ນາງສຸກໄດ້ວຽກງານດີສົມຄວນຢູ່ບໍລິສັດການຄ້າແຫ່ງໜຶ່ງ. ເຊັ່ນດຽວກັນກັບນາງສຸກ, ນັກຮຽນລາວຫຼາຍຄົນກໍໄດ້ຮັບໂອກາດພັດທະນາດີກວ່າເກົ່າຍ້ອນຍຶດໝັ້ນໃນການຮຽນພາສາຈີນ.

ຍັງມີອາສາສະໝັກຈີນທີ່ໄປຊ່ວຍເຫຼືອປະເທດລາວຄືທ້າວຊຽວຫັນຫຼາຍຄົນ, ເຂົາເຈົ້າໄດ້ປະກອບສ່ວນກຳລັງຂອງຕົນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ເລີ່ມແຕ່ປີ 2002 ເປັນຕົ້ນມາ, ຄະນະຊາວໜຸ່ມນະຄອນຊຽງໄຮ້ໄດ້ສົ່ງອາສາສະໝັກໄປປະເທດລາວ, ທັງໝົດມີ 11 ງວດມີ 118 ຄົນເພື່ອດຳເນີນວຽກງານດ້ວຍຄວາມສະໝັກໃຈຄືການສອນພາສາຈີນ-ພາສາອັງກິດ, ການຝຶກຊ້ອມກິລາ, ການຝຶກອົບຮົມຄອມພິວເຕີ, ການປິ່ນປົວພະຍາດແລະສາທາລະນະສຸກ, ວິທະຍາສາດເຕັກນິກດ້ານກະສິກຳ, ວິທະຍຸກະຈາຍສຽງແລະດ້ານອື່ນໆ.

ໃນເວລາເວົ້າເຖິງຄູ່ຮ່ວມຊາຕາກຳຈີນ-ລາວ, ກໍຕ້ອງເວົ້າເຖິງທາງລົດໄຟລາວ-ຈີນ. ການກໍ່ສ້າງທາງລົດໄຟລາວ-ຈີນເລີ່ມແຕ່ປີ 2016 ຫາປີ 2021, ໃຊ້ເວລາ 5 ປີ. ຕາມຜົນການສະຖິຕິ, ໃນຜູ້ກໍ່ສ້າງທາງລົດໄຟລາວ-ຈີນທັງສອງປະເທດນັ້ນ, ຊາວໜຸ່ມໄດ້ກວມເອົາ 80% ຂຶ້ນໄປ, ທັງແມ່ນຜູ້ປະກອບສ່ວນສຳຄັນຂອງການກໍ່ສ້າງທາງລົດໄຟລາວ-ຈີນ.

ໃນໄລຍະເປີດການນຳໃຊ້ທາງລົດໄຟລາວ-ຈີນ, ມີນັກສຶກສາລາວທີ່ເຄີຍຮຽນຢູ່ປະເທດຈີນງວດໜຶ່ງ, ເຂົາເຈົ້າໄດ້ກາຍເປັນພະນັກງານເຕັກນິກໂຄງການງວດທຳອິດພາຍຫຼັງທາງລົດໄຟລາວ-ຈີນເປີດການນຳໃຊ້ຢ່າງເປັນທາງການ. ໃນພິທີເປີດການນຳໃຊ້ທາງລົດໄຟດັ່ງກ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ເວົ້າເຖິງຊາວໜຸ່ມເຫຼົ່ານີ້ເປັນພິເສດ. ທ່ານສີຈິ້ນຜິງ ກ່າວວ່າ: “ຫວ່າງກ່ອນນີ້ບໍ່ດົນ, ຂ້າພະເຈົ້າໄດ້ຮັບຈົດໝາຍຮ່ວມຈາກນັກສຶກສາລາວທີ່ເຄີຍຮຽນວິຊາທາງລົດໄຟຢູ່ນະຄອນຊຽງໄຮ້. ພວກເຂົາເຈົ້າຮ່ວມກັນກ່າວວ່າ, ຈະປະກອບສ່ວນຄວາມສາມາດຂອງຕົນທີ່ຮຽນຢູ່ປະເທດຈີນເຂົ້າໃນການດຳເນີນງານແລະການພັດທະນາທາງລົດໄຟລາວ-ຈີນ, ຕໍ່ກັບບັນຫານີ້, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ອະນາຄົດຂອງມິດຕະພາບລະຫວ່າງຈີນກັບລາວຕ້ອງອາໄສຊາວໜຸ່ມທັງສອງປະເທດ, ພື້ນຖານດ້ານການເຊື່ອມຈອດກັນແມ່ນຢູ່ບົນຄວາມເຊື່ອມຈອດກັນຂອງຫົວໃຈ.”

ຫວ່າງມໍ່ໆມານີ້, ການແຂ່ງຂັນເວົ້າສຳລັບຊາວໜຸ່ມປະຈຳປີ 2022 ທີ່ສູນລາຍການເຂດອາຊີແລະອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຮ່ວມກັນເປັນເຈົ້າພາບຈັດຂຶ້ນ ແລະ ໄດ້ສິ້ນສຸດລົງຢ່າງຈົບງາມ. ການແຂ່ງຂັນຄັ້ງນີ້ໄດ້ເນັ້ນຫົວຂໍ້ “ຄູ່ຮ່ວມຊາຕາກຳ, ການຮ່ວມມືມິດຕະພາບລະຫວ່າງສອງປະເທດ ແລະ ບົດບາດແຮງບັນດານໃຈຂອງຈີນຕໍ່ການພັດທະນາເສດຖະກິດສັງຄົມຂອງປະເທດລາວ”, ຜູ້ເຂົ້າຮ່ວມການແຂ່ງຂັນໄດ້ເວົ້າບົດບາດແລະຄວາມຮັບຜິດຊອບຂອງຊາວໜຸ່ມທັງສອງປະເທດໃນການພັດທະນາເສດຖະກິດສັງຄົມ, ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ. ຄວາມຈິງໄດ້ພິສູດວ່າ, ຊາວໜຸ່ມທັງສອງປະເທດຈີນ-ລາວໄດ້ຄິດເຖິງອະນາຄົດຂອງປະເທດຊາດກໍຄືຂອງໂລກດ້ວຍຄວາມຮູ້ສຶກຂອງຕົນເອງ, ໄດ້ອຸທິສະຕິປັນຍາ ແລະ ກຳລັງຂອງຕົນເພື່ອສ້າງຄູ່ຮ່ວມຊາຕາກຳຈີນ-ລາວກໍຄືປະຊາຄົມຮ່ວມຊາຕາກຳມ່ວນມະນຸດ.