ຈີນບໍລິຈາກວັດຖຸກູ້ໄພໃຫ້ເຂດປະສົບໄພປາກີສະຖານ

2022-07-26 10:29:56 cri

ຫວ່າງມໍ່ໆມານີ້, ໂດຍໄດ້ຮັບການມອບໝາຍຈາກສະຖານທູດຈີນປະຈຳປາກີສະຖານ, ເວທີປຶກສາຫາລືເພື່ອນມິດຂອງຈີນ ເຊິ່ງເປັນອົງການມິດຕະພາບປາກີສະຖານ-ຈີນຂອງປາກີສະຖານ ໄດ້ແຈກຢາຍວັດຖຸກູ້ໄພທີ່ບໍລິຈາກໂດຍຈີນ ໃຫ້ແກ່ປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ເມືອງກີລາໄຊຟູລາ, ແຂວງບາລໍຊີສະຕັນ ທາງພາກຕາເວັນຕົກສຽງໃຕ້ຂອງປາກີສະຖານ.

ໃນເວລາໃຫ້ສຳພາດຕໍ່ນັກຂ່າວຂ່າວສານຊິນຮວາຜ່ານທາງໂທລະສັບ, ທ່ານ ຄາຊີ ປະທານເວທີປຶກສາຫາລືເພື່ອນມິດຂອງຈີນ ກ່າວວ່າ: ວັດຖຸກູ້ໄພທີ່ບໍລິຈາກໃຫ້ປະຊາຊົນຜູ້ປະສົບໄພໃນແຂວງບາລໍຊີສະຕັນໃນນາມສະຖານທູດຈີນຄັ້ງນີ້ ລວມທັງອາຫານເກືອບພັນຫໍ່, ເຊິ່ງສາມາດຕອບສະໜອງກັບຄວາມຕ້ອງການສະບຽງອາຫານແບບສຸກເສີນຂອງຜູ້ປະສົບໄພ 800 ກວ່າຄົນຢູ່ຄ້າຍພັກຊົ່ວຄາວ. ນອກນີ້, ຍ້ອນວ່າຝົນຕົກແຮງໄດ້ທຳລາຍອຸປະກອນສົ່ງຕໍ່ໄຟຟ້າຂອງທ້ອງຖິ່ນ, ໃນວັດຖຸກູ້ໄພເຫຼົ່ານີ້ ຍັງລວມທັງເຄື່ອງຜະລິດໄຟຟ້າດ້ວຍແສງຕາເວັນຂະໜາດນ້ອຍ 300 ເຄື່ອງ.

ທ່ານ ຄາຊີ ກ່າວຕື່ມວ່າ: ປະເທດຈີນມັກຈະໃຫ້ຄວາມຊ່ວຍເຫຼືອແກ່ປະຊາຊົນປາກີສະຖານໃນຍາມທີ່ຕ້ອງການທີ່ສຸດ ພ້ອມທັງສະໜັບສະໜູນປະຊາຊົນປາກີສະຖານຢ່າງເດັດດ່ຽວໜຽວແໜ້ນ. ຈີນໄດ້ຢັ້ງຢືນໃຫ້ເຫັນເຖິງມິດຕະພາບອັນໝັ້ນຄົງຂະໜົງແກ່ນລະຫວ່າງປາກີສະຖານກັບຈີນດ້ວຍພຶດຕິກຳອີກເທື່ອໜຶ່ງ.

ວັນທີ 25 ກໍລະກົດນີ້, ອົງການຕ້ານໄພແຫ່ງຊາດປາກີສະຖານໄດ້ອອກແຈ້ງການວ່າ: ມາຮອດວັນທີ 24 ກໍລະກົດນີ້, ຍ້ອນຝົນຕົກແຮງໄດ້ເຮັດໃຫ້ເກີດນ້ຳຖ້ວມ ມີຜູ້ເສຍຊີວິດ 310 ຄົນ ແລະ ໄດ້ຮັບບາດເຈັບ 295 ຄົນເປັນຢ່າງໜ້ອຍຢູ່ປາກີສະຖານ.