ທະເລຈີນໃຕ້ເປັນບ້ານເມືອງຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນ ແລະ ການແກ້ໄຂບັນຫາທະເລຈີນໃຕ້ບໍ່ຕ້ອງການ “ການຊ່ວຍເຫຼືອ” ຈາກປະເທດອື່ນທີ່ຢູ່ນອກພາກພື້ນນີ້

2022-07-27 16:30:20 CRI

ໃນຫຼາຍປີມໍ່ໆມານີ້, ອາເມຣິກາໄດ້ເພີ່ມການເຄື່ອນໄຫວຢູ່ທະເລຈີນໃຕ້. ປີ 2021, ເປັນພຽງກຳປັ່ນໂຈມຕີທາງບົກແລະທາງທະເລ ແລະ ກຳປັ່ນບັນທຸກເຮືອບິນຂອງກອງທັບອາເມຣິກາເທົ່ານັ້ນ ໄດ້ບຸກເຂົ້າທະເລຈີນໃຕ້ຕັ້ງ 12 ຄັ້ງ. ຈາກນີ້ເຫັນໄດ້ວ່າ, ອາເມຣິກາໄດ້ມີຄວາມສົນໃຈຕໍ່ທະເລຈີນໃຕ້ນັບມື້ນັບຫຼາຍ. ໃນປີ 2022, ອາເມຣິກາຍິ່ງໄດ້ດຳເນີນການເຄື່ອນໄຫວຕ່າງໆຢູ່ທະເລຈີນໃຕ້ນັບມື້ນັບຫຼາຍຂຶ້ນ. ໃນຫຼາຍມື້ກ່ອນ, ກຳປັ່ນຂັບໄລ່ຂີປະນາວຸດລຳໜຶ່ງຂອງອາເມຣິກາໄດ້ບຸກເຂົ້າທະເລຈີນໃຕ້ຢ່າງຜິດກົດໝາຍ ດ້ວຍຂໍ້ອ້າງອັນທີ່ເອີ້ນວ່າ “ສິດ ແລະ ເສລີພາບດ້ານການເດີນເຮືອ”. ອາດເວົ້າໄດ້ວ່າ, ອາເມຣິກາ “ແມ່ນຜູ້ທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຢູ່ທະເລຈີນໃຕ້” ແລະ  “ຜູ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ”.

ປີນີ້ແມ່ນປີລະນຶກການລົງນາມໃນ “ຖະແຫຼງການຮ່ວມວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ຄົບຮອບ 20 ປີ. 20 ປີມານີ້, ຈີນ ແລະ ບັນດາປະເທດສະມາຊິກອາຊຽນໄດ້ສ້າງຊ່ອງທາງສົນທະນາ ແລະ ກົນໄກປຶກສາຫາລືຫຼາຍລະດັບ ເຊິ່ງລວມທັງຂັ້ນນຳເຖິງລະດັບປະຕິບັດຕົວຈິງ. ຝ່າຍຕ່າງໆໄດ້ດຳເນີນໂຄງການຮ່ວມມືຕົວຈິງຫຼາຍຢ່າງໃນຂົງເຂດອະນຸລັກສິ່ງແວດລ້ອມທະເລ, ການຄົ້ນຄວ້າວິທະຍາສາດທາງທະເລ, ຄວາມໝັ້ນຄົງທາງທະເລ ແລະອື່ນໆ ເຊິ່ງເປັນການປົກປັກຮັກສາສະຖຽນລະພາບຂອງທະເລຈີນໃຕ້ໃນດ້ານກວມລວມ, ການພົວພັນລະຫວ່າງຈີນ ແລະ ບັນດາປະເທດສະມາຊິກອາຊຽນ ກໍໄດ້ບັນລຸການພັດທະນາແບບກ້າວກະໂດດຂັ້ນ, ທະເລຈີນໃຕ້ໄດ້ກາຍເປັນບ້ານເມືອງຮ່ວມຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນ.

ຄຽງຄູ່ກັບທະເລຈີນໃຕ້ໄດ້ປະເຊີນກັບສິ່ງທ້າທາຍຮອບໃໝ່ໃນປີ 2013, ຈີນ ແລະ ບັນດາປະເທດສະມາຊິກອາຊຽນໄດ້ລິເລີ່ມການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”. ຫວ່າງກ່ອນນີ້ບໍ່ດົນ, ທ່ານຫວາງຢີ້ ທີ່ປຶສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນເດີນທາງໄປຢ້ຽມຢາມຫຼາຍປະເທດຂອງອາຊີຕາເວັນອອກສຽງໃຕ້, ຝ່າຍຕ່າງໆໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນ ກ່ຽວກັບ “ຈີນ ແລະ ບັນດາປະເທດສະມາຊິກອາຊຽນຄວນຮ່ວມກັນຄຸ້ມຄອງ ແລະ ຄວບຄຸມສະຖານະການທາງທະເລ ດ້ວຍຮູບການສົນທະນາ ແລະ ປຶກສາຫາລືກັນ”.

ຈາກນີ້ເຫັນໄດ້ວ່າ, ໃນໄລຍະດົນນານມານີ້, ຈີນ ແລະ ບັນດາປະເທດສະມາຊິກອາຊຽນມີຄວາມເຫັນທີ່ເປັນເອກະພາບກັນສຳຄັນຢ່າງໜຶ່ງ, ນັ້ນກໍຄື: ຈະກຳຊາຕາກຳສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້ດ້ວຍຕົນເອງ. ຍ້ອນວ່າມີແຕ່ທະເລຈີນໃຕ້ມີສັນຕິພາບ ແລະ ສະຖຽນລະພາບເທົ່ານັ້ນ, ບັນດາປະເທດໃນພາກພື້ນນີ້ຈິ່ງຈະມີສະພາບແວດລ້ອມການພັດທະນາທີ່ດີງາມ. ສະນັ້ນ, ສອງຝ່າຍລ້ວນແຕ່ໄດ້ຕັ້ງໜ້າຊຸກຍູ້ ແລະ ຈັດຕັ້ງປະຕິບັດລະບຽບການປົກຄອງຢູ່ທະເລຈີນໃຕ້ ເພື່ອເພີ່ມທະວີການຄຸ້ມຄອງ ແລະ ຄວບຄຸມຄວາມຂັດແຍ້ງກັນຂອງພາກພື້ນ ແລະ ການຮ່ວມມືກັນທາງທະເລ.

ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ແມ່ນປັດໄຈສຳຄັນອັນດັບໜຶ່ງສຳລັບການພັດທະນາຂອງພາກພື້ນ ແລະ ກໍແມ່ນຄວາມຮຽກຮ້ອງຕ້ອງການຮ່ວມຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນ. ທະເລຈີນໃຕ້ບໍ່ແມ່ນ “ສະໜາມແຂ່ງຂັນ” ສຳລັບປະເທດຕ່າງໆທີ່ຢູ່ນອກພາກພື້ນນີ້ ແລະ ຍິ່ງບໍ່ຄວນກາຍເປັນ “ສະໜາມແຂ່ງຂັນ” ລະຫວ່າງປະເທດໃຫຍ່ໆ. ປະເທດທີ່ຢູ່ນອກພາກພື້ນນີ້ ເຊິ່ງລວມທັງອາເມຣິກາ ຄວນເຄົາລົບຄວາມປາຖະໜາ ແລະ ຄວາມຄອງຄອຍຂອງປະເທດໃນພາກພື້ນນີ້, ຫາກບໍ່ແມ່ນຕັ້ງໃຈສ້າງຄວາມເຄັ່ງຕຶງຢູ່ທະເລຈີນໃຕ້ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ