ຊີວິດໃນມື້ໜ້າຈະດີກວ່າເກົ່າ!

2022-07-27 16:15:39 cri



 

ຢູ່ເດີ່ນບ້ານຊາວກະສິກອນແຫ່ງໜຶ່ງ, ພໍ່ເຖົ້າໄບກ່າວສ່ານ ອາຍຸ 68 ປີພວມຫົດນ້ຳສວນຜັກນ້ອຍຂອງລາວ, ພ້ອມທັງຢອກຫຼານຊານອາຍຸ 2 ປີປາຍ.

 

ຢູ່ໃນສວນຜັກ, ໝາກເຂືອ ໝາກແຕງ, ໝາກອຶ ແລະ ຜັກບົ່ວກຳລັງຈະເລີນເຕີບໂຕງອກງາມດີ, ຕົ້ນໝາກໂປມສອງຕົ້ນກໍໄດ້ອອກໝາກເຕັມຕົ້ນ.

 

ພໍ່ເຖົ້າໄບກ່າວສ່ານເວົ້າວ່າ: “ເທື່ອແລ້ວນີ້ ທ່ານເລຂາທິການໃຫຍ່ສີຈິ້ນຜິງມາຢາມ, ຂ້ອຍໄດ້ແນະນຳເຄື່ອງປູກຂອງຝັງເຫຼົ່ານີ້ໃຫ້ເພິ່ນໄດ້ຮູ້ຈັກທຸກຢ່າງ, ທ່ານເລຂາທິການໃຫຍ່ທັງຍິ້ມທັງເວົ້າວ່າ: ໝາກໄມ້ ແລະ ຜັກເຫຼົ່ານີ້ຖືວ່າ ຄອບຄົວຂອງສະຫາຍມີກິນຢ່າງພຽງພໍແລ້ວ.”

 

ຢູ່ບ້ານຟາງເສີງຊິ່ນຊຸ່ນນະຄອນຕ້າທົງແຂວງສ່ານຊີ່ທີ່ພໍ່ເຖົ້າໄບກ່າວສ່ານອາໄສຢູ່ນັ້ນ, ແມ່ນບ້ານຈັດສັນທີ່ປະຊາຊົນຍົກຍ້າຍຈາກບ້ານເກົ່າມາຢູ່ບ້ານໃໝ່ເພື່ອລຶບລ້າງຄວາມທຸກຍາກ. ພໍ່ເຖົ້າໄບກ່າວສ່ານ ແລະ ຊາວບ້ານ 200 ກວ່າຄອບຄົວໄດ້ທະຍອຍກັນຍົກຍ້າຍຈາກເຮືອນຖ້ຳເກົ່າທີ່ເຄີຍອາໄສຢູ່ມາທຸກເຊັ່ນຄົນ ແລ້ວມາອາໄສຢູ່ບ້ານໃໝ່. ນັບຕັ້ງແຕ່ນັ້ນມາ, ຊີວິດການເປັນຢູ່ຂອງເຂົາເຈົ້າກໍໄດ້ປ່ຽນແປງມີໂສມໜ້າໃໝ່.

 

ວັນທີ 11 ພຶດສະພາປີ 2020, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນເຮືອນຂອງພໍ່ເຖົ້າໄບກ່າວສ່ານ ໂດຍເພິ່ນໄດ້ນັ່ງຢູ່ເທິງຕຽງເຕົາໄຟລົມເລື່ອງລາວຊີວິດປະຈຳວັນນຳພໍ່ເຖົ້າໄບກ່າວສ່ານ.

 

ພໍ່ເຖົ້າໄບກ່າວສ່ານໄດ້ເອົາຮູບຖ່າຍເກົ່າໃບໜຶ່ງໃຫ້ທ່ານສີຈິ້ນຜິງເບິ່ງ, ເຊິ່ງແມ່ນຮູບເຮືອນຖ້ຳເກົ່າທີ່ລາວເຄີຍອາໄສຢູ່ມາເປັນເວລາ 40 ກວ່າປີກ່ອນການຍົກຍ້າຍເຂົ້າມາຢູ່ບ້ານໃໝ່.

 

ທ່ານສີຈິ້ນຜິງຮັບເອົາຮູບຖ່າຍໃບນັ້ນມາເບິ່ງຢ່າງລະອຽດແລ້ວຖາມວ່າ: “ເຮືອນຫຼັງນີ້ສະຫາຍຍ້າຍເຂົ້າມາໄດ້ໃຊ້ເງິນຫຼາຍປານໃດ?” ພໍ່ເຖົ້າໄບກ່າວສ່ານຕອບວ່າ: ປີ 2019, ພາຍໃຕ້ການສະໜັບສະໜູນຂອງລັດຖະບານ, ຈ່າຍພຽງແຕ່ 1 ໝື່ນຢວນເທົ່ານັ້ນກໍໄດ້ຍ້າຍເຂົ້າມາອາໄສຢູ່ເຮືອນໃໝ່ແລ້ວ.

 

ທ່ານສີຈິ້ນຜິງຖາມຕໍ່ອີກວ່າ: “ຍ້າຍອອກມາແລ້ວ ທາງຄອບຄົວເຮັດວຽກຫຍັງເປັນຫຼັກ? ມີລາຍຮັບເທົ່າໃດ?”

 

ທ້າວໄບລີ້ຈຸ່ນ ລູກຊາຍຂອງພໍ່ເຖົ້າໄບກ່າວສ່ານບອກໃຫ້ທ່ານສີຈິ້ນຜິງຮູ້ວ່າ, ຫຼັງຈາກຍ້າຍເຂົ້າມາຢູ່ບ້ານໃໝ່ແລ້ວ, ພາຍໃຕ້ການອຸດໜູນຂອງອົງການປົກຄອງ, ລາວໄດ້ເຂົ້າຮຽນໃນໂຮງຮຽນວິຊາຊີບ, ແລ້ວເຮັດວຽກເປັນຊ່າງຕໍ່ເຫຼັກ, ໃນປີ 2019 ມີລາຍຮັບເຖິງ 4 ໝື່ນກວ່າຢວນ.

 

ທ່ານສີຈິ້ນຜິງຖາມດ້ວຍຮອຍຍິ້ມວ່າ: “ປັດຈຸບັນນີ້, ນາງສາວຢູ່ບ້ານອື່ນກໍຍິນດີມາສ້າງຄອບຄົວຢູ່ບ້ານນີ້ແລ້ວບໍ່?”

 

ພໍ່ເຖົ້າໄບກ່າວສ່ານທັງຍິ້ມທັງຕອບວ່າ: “ແມ່ນແທ້! ປັດຈຸບັນນີ້ ຊີວິດການເປັນຢູ່ດີຂຶ້ນ, ເຂົາເຈົ້າກໍຍິນດີມາແລ້ວ. ສ້າງເຮືອນໃໝ່ ເອົາເມຍ, ນີ້ຄືເລື່ອງສຳຄັນຍິ່ງໃນຕະຫຼອດຊີວິດຂອງຊາວກະສິກອນພວກເຮົາ. ພວກເຮົາຂໍຂອບໃຈນຳພັກກອມມູນິດຈີນຢ່າງສຸດອົກສຸດໃຈ!”

 

ທ່ານສີຈິ້ນຜິງຖາມຕື່ມອີກວ່າ: “ໃນຕໍ່ໜ້າ ຍັງມີແຜນການຫຍັງບໍ່?”

 

ລຸງໄບກ່າວສ່ານຕອບວ່າ: “ກໍຫວັງວ່າ ຊີວິດການເປັນຢູ່ຈະນັບມື້ນັບດີຂຶ້ນ.”

 

ທ່ານສີຈິ້ນຜິງຕອບດ້ວຍຄວາມໜັກແໜ້ນວ່າ: “ຊີວິດໃນມື້ໜ້າຈະດີກວ່າເກົ່າແນ່ນອນ!”

 

ຄວາມປາຖະໜາຂອງປະຊາຊົນ, ກໍຄືທິດທາງຢູ່ໃນຈິດໃຈ.

 

ໃນໄລຍະນັ້ນ, ບັ້ນລຶບລ້າງຄວາມທຸກຍາກມີຫວັງຈະໄດ້ຮັບໄຊຊະນະຢ່າງຮອບດ້ານ.

 

ທ່ານສີຈິ້ນຜິງໄດ້ສຸມໃສ່ຄວາມປາຖະໜາອັນສູງສົ່ງກວ່າເກົ່າຂອງປະຊາຊົນຊາວກະສິກອນນັບເປັນຮ້ອຍລ້ານຄົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມ, ໄດ້ວາງຍຸດທະສາດພັດທະນາທີ່ຍາວໄກກວ່າເກົ່າ ຄື: “ຕ້ອງໃຊ້ທຸກວິທີທາງເພື່ອປັບປຸງໝາກຜົນຂອງການລຶບລ້າງຄວາມທຸກຍາກໃຫ້ໝັ້ນຄົງເປັນຢ່າງດີ, ຕໍ່ໄປຈະພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ເຮັດໃຫ້ຊີວິດການເປັນຢູ່ຂອງພີ່ນ້ອງປະຊາຊົນນັບມື້ນັບດີງາມກວ່າເກົ່າ.”

ພໍ່ເຖົ້າໄບກ່າວສ່ານບອກກັບນັກຂ່າວວ່າ: ປັດຈຸບັນ, ທຸກໆປີບ້ານຂອງລາວໄດ້ມີການປ່ຽນແປງໃໝ່, ເຂດນິຄົມອຸດສາຫະກຳດອກເດລີລີ ທີ່ສ້າງຂຶ້ນໃໝ່ໄດ້ເລີ່ມດຳເນີນການ, ສູນລ້ຽງດູຜູ້ເຖົ້າ ແລະ ໂຮງຮຽນອະນຸບານກໍໄດ້ສ້າງຂຶ້ນແລ້ວ. ໃນເດືອນກັນຍາປີ 2022 ນີ້, ຫຼານນ້ອຍກໍສາມາດເຂົ້າໂຮງຮຽນອະນຸບານຂອງບ້ານໄດ້ແລ້ວ.

 

ກ່ອນຮອດບຸນກຸດຈີນປີ 2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງສ່ານຊີ່ອີກຄັ້ງໜຶ່ງ ໂດຍເພິ່ນໄດ້ກ່າວເນັ້ນໜັກວ່າ: “ໃຫ້ປະຊາຊົນດຳລົງຊີວິດຢ່າງມີຄວາມຜາສຸກ, ແມ່ນເປົ້າໝາຍສູ້ຊົນຂອງພັກເຮົາໃນຮອບຮ້ອຍປີທີ່ຜ່ານມາ, ພວກເຮົາຕ້ອງບໍ່ລືມອຸດົມການແຕ່ຫົວທີ, ຈື່ຈຳພາລະກຳຢ່າງໜັກແໜ້ນ, ສູ້ຊົນຢ່າງຕໍ່ເນື່ອງຕາບເທົ້າທຸກເຊັ່ນຄົນ.”

 

ພໍ່ເຖົ້າໄບກ່າວສ່ານເວົ້າມ້ວນທ້າຍວ່າ: “ເດີນຕາມຫຼັງທ່ານເລຂາທິການໃຫຍ່ສີິຈິ້ນຜິງ, ເດີນຕາມຫຼັງພັກກອມມູນິດຈີນ, ຊີວິດມື້ໜ້າຈະດີກວ່າເກົ່າແນ່ນອນ.”