ຈັດພິທີເປີດບໍລິການແລ່ນລົດຜ່ານຂົວໃຫຍ່ເປນເຈັສຄີຂອງກຣົວຊີທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນ

2022-07-27 15:08:37 CRI

ຕາມຂ່າວCRI: ໃນຕອນກາງຄືນຂອງວັນທີ 26 ກໍລະກົດນີ້, ພິທີເປີດບໍລິການແລ່ນລົດຜ່ານຂົວໃຫຍ່ເປນເຈັສຄີຂອງກຣົວຊທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນໄດ້ຈັດຂຶ້ນຢູ່ເມືອງໂຄມານາຂອງກຣົວຊີ, ທ່ານໂຣານ ມິລາໂນວິ, ປະທານາທິບໍດກຣົວຊີ, ທ່ານອັງເດຣ ເຣນໂຄວິ, ນາຍົກລັດຖະມົນຕີກຣົວຊີພ້ອມດ້ວຍບຸກຄົນຈາກວົງການຕ່າງໆຂອງກຣົວຊີ 1.000 ກວ່າຄົນໄດ້ເຂົ້າຮ່ວມພິທີເປີດບໍລິການແລ່ນລົດຄັ້ງນີ້, ທ່ານ ຊີຊຽນຈິ້ນ, ເອກອັກຄະລັດຖະ ທູດຈີນປະຈຳກຣົວຊີກໍໄດ້ເຂົ້າຮ່ວມຕາມຄຳເຊີນ.

 

ທ່ານອັງເດຣ ເຣນໂຄວິໄດ້ກ່າວຄຳປາໄສວ່າ: ມືຶ້ນີ້ແມ່ນມື້ທີ່ ມີລັກສະນະ ເປັນປະຫວັດສາດ, ກຣົວຊີໄດ້ສຳເລັດການກໍ່ສ້າງໂຄງການໜຶ່ງທີ່ມີລັກສະນະທົ່ວປະເທດ, ຍຸດທະສາດແລະຂ້າມພັກກາເມືອງ, ໄດ້ບັນລຸຄວາມມຸ່ງຫວັງ ທີ່ມີການ ເຊື່ອມຕໍ່ລະຫວ່າງຜືນແຜ່ນດິນພາກເໜືອແລະພາກໃຕ້. ການກໍ່ສ້າງຂົວ ໃຫຍ່ເປນເຈັສຄີໄດ້ຊຸກຍູ້ການພັດທະນາດ້ານການພົວພັນແລະການຮ່ວມມືລະຫວ່າງກຣົວຊີ-ຈີນແລະເສດຖະກິດການຄ້າລະຫວ່າງສອງຝ່າຍຕື່ມອີກ. ຍ້ອນວ່າໂຄງການກໍ່ສ້າງຂົວໃຫຍ່ໄດ້ນຳໃຊ້ທຶນຂອງສະຫະພາບເອີຣົບ, ໂຄງການ ຂົວໃຫຍ່ເຮັດໃຫ້ກຣົວຊີ, ຈີນແລະສະຫະພາບເອີຣົບສາມຝ່າຍຮັດແໜ້ນກັນ ຢ່າງໃກ້ຊິດ

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ