ປະເທດສະມາຊິກສະຫະພາບເອີລົບເຫັນດີຫຼຸດຜ່ອນຈຳນວນນຳໃຊ້ອາຍແກັສທຳມະຊາດໃຫ້ໜ້ອຍລົງ15%ໃນລະດູໜາວປີນີ້

2022-07-27 16:26:36 cri


  ວັນທີ26ກໍລະກົດນີ້, ປະເທດສະມາຊິກສະຫະພາບເອີລົບໄດ້ກ້າວເຖິງຂັ້ນຕົກລົງກັນເຊັນສັນຍາການເມືອງສະບັບໜຶ່ງ,ໂດຍໃຊ້ມາດຕະການສະໝັກໃຈທີ່ຫຼຸດຜ່ອນຄວາມຕ້ອງການອາຍແກັສທຳມະຊາດໃຫ້ໜ້ອຍລົງ15%ໃນລະດູໜາວປີນີ້,ເພື່ອຍົກສູງຄວາມໝັ້ນຄົງໃນດ້ານການສະໜອງພະລັງງານຂອງສະຫະພາບເອີລົບ.

   ອີງຕາມສັນຍາສະບັບນີ້, ສະຫະພາບເອີລົບເຫັນດີວ່າ:ໄລຍະແຕ່ວັນທີ1ສິງຫາປີ2022ຮອດວັນທີ31ມີນາປີ2023,ອີງຕາມມາດຕະການທີ່ເລືອກເອົາເອງ, ສາມາດຫຼຸດຜ່ອນຄວາມຕ້ອງານອາຍແກັສທຳມະຊາດໃຫ້ໜ້ອຍລົງ15%ບົນພື້ນຖານການບໍລິໂພກສະເລ່ຍໃນເວລາ5ປີຜ່ານມານີ້. ຖ້າວ່າເກີດກໍລະນີຂາດຈຳນວນການສະໜອງອາຍແກັສທຳມະຊາດແລ້ວ,ສະຫະພາບເອີລົບຈະໃຊ້ມາດຕະການບັງຄັບເພື່ອຫຼຸດຜ່ອນຄວາມຮຽກຮ້ອງຕ້ອງການອາຍແກັສທຳມະຊາດ.