ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງທ່ານສີຈິ້ນຜິງຢູ່ຊຽງໄຮ້ພາກທີ 1: ແຫຼ່ງກຳເນີດຂອງພັກ ຕ້ອງຈື່ຈຳພາລະກຳປະຫວັດສາດ

2022-07-27 11:13:51 cri



ລະຫວ່າງເດືອນມີນາຫາເດືອນຕຸລາປີ2007, ທ່ານສີຈິ້ນຜິງໄດ້ດຳລົງ ຕຳແໜ່ງເປັນເລຂາຄະນະພັກກຳແພງນະຄອນຊຽງໄຮ້. ເຖິງຈະເຮັດວຽກ ຢູ່ຊຽງໄຮ້ເປັນເວລາພຽງແຕ່ 7 ເດືອນກັບ 4 ວັນເທົ່ານັ້ນ, ແຕ່ທ່ານສີຈິ້ນຜິງໄດ້ ເຄື່ອນໄຫວເຮັດວຽກໄປຮອດໄປເຖິງເຂດເມືອງທັງໝົດ 19 ແຫ່ງໃນທົ່ວນະຄອນ ຊຽງໄຮ້ໃນເວລານັ້ນ ເຊິ່ງໄດ້ສ້າງຄວາມຊົງຈຳອັນເລິກເຊິ່ງໃຫ້ກັບຕົວເມືອງ ແຫ່ງນີ້.  ຈາກການກໍ່ສ້າງພັກຈົນຮອດການ ພັດທະນາເສດຖະກິດສັງຄົມ, ຈາກການພັດທະນາຕົວເມືອງຈົນຮອດຈິດໃຈປະຈຳຕົວເມືອງ, ແຜນຍຸດທະສາດ ທີ່ເພິ່ນວາງອອກ, ທັດສະນະສຳຄັນທີ່ເພິ່ນສະເໜີ, ວຽກງານຈຸດສຸມທີ່ເພິ່ນໄດ້ ຊຸກຍູ້ປະຕິບັດໃນປີນັ້ນ, ຈົນມາເຖິງທຸກມື້ນີ້ກໍຍັງໄດ້ນຳພາທິດທາງການ ພັດທະນາຂອງ ຊຽງໄຮ້.    

 



ຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ1ຂອງພັກກອມມູນິດຈີນ

ຕອນບ່າຍວັນທີ 30 ມີນາ2007, ທ່ານສີຈິ້ນຜິງຫາກໍ່ຂຶ້ນດຳລົງຕຳແໜ່ງ ເປັນເລຂາຄະນະພັກກຳແພງນະຄອນຊຽງໄຮ້ບໍ່ຮອດ 1 ອາທິດ, ເພິ່ນກໍໄດ້ນຳພາຄະນະນຳຊຽງໄຮ້ເດີນທາງໄປເຖິງຖະໜົນຊິ່ງເຢ້ເລກ 76, ເພື່ອຢ້ຽມຊົມ ຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ1ຂອງພັກກອມມູນິດຈີນດ້ວຍຄວາມເຄົາລົບນັບຖື. ພາຍຫຼັງໄດ້ຊົມການວາງສະແດງຂໍ້ມູນປະຫວັດສາດອັນ ລ້ຳຄ່າຢ່າງລະອຽດແລ້ວ, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມດູດດື່ມວ່າ: “ພັກກອມມູນິດຈີນ ກຳເນີດເກີດຂຶ້ນຢູ່ຊຽງໄຮ້, ນີ້ຄືຄວາມພາກພູມໃຈຂອງຊຽງໄຮ້, ພວກເຮົາໂຊກດີ ທີ່ມີໂອກາດເຮັດວຽກຢູ່ຊຽງໄຮ້, ຮູ້ສຶກວ່າມີກຽດສະຫງ່າທີ່ສຸດແລະຍິ່ງຮູ້ສຶກເຖິງ ໜ້າທີ່ຮັບຜິດຊອບອັນໜັກໜ່ວງ”

 

   ວັນທີ 28 ສິງຫາ2007, ໃນເວລາສຳຫຼວດກວດກາວຽກງານຢູ່ເມືອງລູວ່ານ ນະຄອນຊຽງໄຮ້, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ບັນດາພະນັກງານ ເມືອງລູວ່ານ ຮູ້ວ່າ: “ເມືອງລູວ່ານເປັນທີ່ຕັ້ງຂອງຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງ ທີ1ຂອງພັກກອມມູນິດຈີນ, ເວົ້າໃນດ້ານຄວາມໝາຍສັນຍາລັກທາງດ້ານຈິດໃຈ ແລ້ວ, ລູວ່ານກໍຄວນກາຍເປັນເມືອງທີ່ກ້າວໜ້າໃນດ້ານການກໍ່ສ້າງພັກ, ເຮັດແນວ ນີ້ຈິ່ງຈະບໍ່ເຊື່ອມເສຍຊື່ສຽງຂອງເມືອງນີ້.” ທ່ານສີຈິ້ນຜິງຍັງໄດ້ກ່າວເຖິງການ ກໍ່ສ້າງຖັນແຖວແລະການກໍ່ສ້າງແບບແຜນຂອງພະນັກງານການນຳເປັນພິເສດວ່າ: “ເມືອງລູວ່ານຕັ້ງຢູ່ເຂດແດນທີ່ຈະເລີນ, ພະນັກງານການນຳຢູ່ທີ່ແຫ່ງນີ້ຕ້ອງຜ່ານຜ່າ ການທົດສອບຕ່າງໆ, ຈຳເປັນຕ້ອງເພີ່ມທະວີການກໍ່ສ້າງແບບແຜນຂອງພະນັກ ງານການນຳຢ່າງແທ້ຈິງ, ເພື່ອບຸກເບີກສະພາບການໃໝ່ແຫ່ງການປະຕິບັດວຽກ ງານດ້ານຕ່າງໆຢ່າງບໍ່ຢຸດຢ້ັງດ້ວຍພາວະຈິດໃຈທີ່ມີຄວາມຫ້າວຫັນສະຫງ່າຜ່າ ເຜີຍ,ບຸກບືນສູ້ຊົນສ້າງຜົນງານທີ່ດີກວ່າເກົ່າ.” ທ່ານສີຈິ້ນຜິງຍັງໄດ້ກ່າວເຕືອນ ພະນັກງານທັງຫຼາຍຕື່ມອີກວ່າ: “ຕ້ອງຍຶດໝັ້ນຫຼັກການທີ່ພັກຕ້ອງຄຸ້ມຄອງພັກ, ຄຸ້ມຄອງພັກຢ່າງເຂັ້ມງວດ,ເພີ່ມທະວີການກໍ່ສ້າງພັກຢ່າງບໍ່ຢຸດຢັ້ງ”.ຄວາມເວົ້ານີ້ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ກັບພະນັກງານທັງຫຼາຍໃນເວລານັ້ນ.

 

   ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງຮອບດ້ານຕໍ່ປະຫວັດສາດຂອງພັກ, ເຊິ່ງເພິ່ນໄດ້ໃຫ້ຄວາມເອົາໃຈໃສ່ທີ່ສຸດຕໍ່ສະຖານທີ່ລະນຶກສຳຄັນຕ່າງໆໃນປະຫວັດສາດຂອງພັກ.

 

   ຕອນບ່າຍວັນທີ 30 ມີນາ2007, ພາຍຫຼັງອອກຈາກຮ່ອງຮອຍສະຖານທີ່ ຈັດກອງປະຊຸມໃຫຍ່ຄັ້ງທີ1ຂອງພັກກອມມູນິດຈີນແລ້ວ, ທ່ານສີຈິ້ນຜິງພ້ອມດ້ວຍ ຄະນະໄດ້ເດີນທາງໄປຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 2 ຂອງພັກ ກອມມູນິດຈີນອີກທັນທີ.ມັນຄືກັນກັບຢູ່ຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ ຄັ້ງທີ 1 ຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ຮັບຟັງການບັນຍາຍຢ່າງຕັ້ງ ໃຈແລະຊົມການວາງະແດງຂໍ້ມູນປະຫວັດສາດຕ່າງໆດ້ວຍຄວາມຕັ້ງໃຈທີ່ສຸດ.

 

 

  ສະຫາຍທີ່ຮັບຜິດຊອບຫໍລະນຶກຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ2ຂອງ ພັກກອມມູນິດຈີນໄດ້ລາຍງານໃຫ້ທ່ານສີຈິ້ນຜິງຊາບວ່າ: ໃນເມື່ອກ່ອນ, ເພື່ອຮັກ ສາຮ່ອງຮອຍສະຖານທີ່ແຫ່ງນີ້ໃຫ້ດີ, ໃນເວລາອອກແບບກໍ່ສ້າງທາງຍົກລະດັບ ຕາມຖະໜົນຢຽນອ່ານກໍໄດ້ຫຼີກເວັ້ນບໍ່ໃຫ້ເນັ່ງຜ່ານຮ່ອງຮອຍສະຖານທີ່ແຫ່ງນີ້. ທ່ານສີຈິ້ນຜິງຮັບຟັງແລ້ວກໍງຶກຫົວສະແດງຄວາມຊົມເຊີຍ. ເພິ່ນໄດ້ເວົ້າກັບພະນັກ ງານການນຳທີ່ຢ້ຽມຊົມນຳກັນວ່າ: “ການຢ້ຽມຊົມຮ່ອງຮອຍສະຖານທີ່ຈັດກອງ ປະຊຸມໃຫຍ່ຄັ້ງທີ 1 ແລະທີ 2ຂອງພັກຈຸດປະສົງກໍເພື່ອກະຕຸ້ນຄວາມຈູບຈ້າວຫ້າວ ຫັນແລະຈິດໃຈສູ້ຊົນຢ່າງບໍ່ລົດລະເພື່ອພາລະກິດຂອງພັກແລະປະຊາຊົນຕື່ມອີກ, ເພື່ອສ້າງສາຊຽງໄຮ້ໃຫ້ດີງາມກວ່າເກົ່າ.”

 

   ຫຼັງຈາກນັ້ນ 3 ເດືອນປາຍ ຄືໃນວັນທີ 12 ກໍລະກົດປີດຽວ ກັນ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ເມືອງຫົງໂຂ້ວ, ເພິ່ນໄດ້ເດີນທາງໄປຫໍວາງສະແດງຂໍ້ມູນປະຫວັດສາດຂອງກອງປະຊຸມໃຫຍ່ຄັ້ງທີ 4 ຂອງພັກກອມມູນິດຈີນເປັນພິເສດ ໂດຍໄດ້ຊົມວັດຖຸຸພັນທີ່ລ້ຳຄ່າແລະ ຮູບພາບປະຫວັດສາດຕ່າງໆຢ່າງລະອຽດ. ເພິ່ນໄດ້ເວົ້າກັບບັນດາພະນັກງານຫໍ ວາງສະແດງດ້ວຍຄວາມໜັກແໜ້ນວ່າ: “ກອງປະຊຸມໃຫຍ່ຄັ້ງທີ1ຫາຄັ້ງທີ 5 ຂອງພັກເຮົາແມ່ນ ຈັດຂຶ້ນຢູ່ພາຍໃນປະເທດ, ສ່ວນຄັ້ງທີ 6 ຈັດຂຶ້ນຢູ່ມົສກູ, ພວກເຮົາຕ້ອງບັນທຶກ ປະຫວັດສາດຂອງພັກໃຫ້ຄົບຖ້ວນ ເພື່ອສຶກສາອົບຮົມຄົນຮຸ່ນຕໍ່ໄປ, ໃນນີ້ກໍລວມ ເຖິງການສ້າງຫໍລະນຶກຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 4 ຂອງພັກ ໃຫ້ດີເພື່ອເກັບໂຮມຂໍ້ມູນປະຫວັດສາດໃຫ້ດີ, ຕ້ອງໃຫ້ຄວາມສຳຄັນຕໍ່ວຽກງານ ຄົ້ນຄວ້າປະຫວັດສາດຂອງພັກ.”

 

   ທ່ານຊຸ່ນເວີຍໂກວ ເລຂາຄະນະພັກເມືອງຫົງໂຂ້ວທີ່ເປັນເພື່ອນຮ່ວມການ ຢ້ຽມຊົມໃນເວລານັ້ນໄດ້ຫວນຄືນຫຼັງວ່າ: “ເມື່ອໄດ້ຟັງຄຳເວົ້າຂອງທ່ານສີຈິ້ນຜິງ ແລ້ວ, ບັນດາສະຫາຍທັງຫຼາຍຢູ່ທີ່ນັ້ນຕ່າງກໍໄດ້ຮັບການສຶກສາອົບຮົມຫຼາຍ ແລະຍິ່ງຮູ້ໄດ້ເຖິງໜ້າທີ່ຮັບຜິດຊອບອັນໜັກໜ່ວງທີ່ສຸດ.” ຫຼັງຈາກນັ້ນບໍໍ່ດົນ, ຄະນະພັກເມືອງຫົງໂຂ້ວກໍໄດ້ສ້າງຕັ້ງໜ່ວຍຊີ້ນຳກະກຽມສ້າງຫໍລະນຶກຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 4 ຂອງພັກກອມມູນິດຈີນເພື່ອຈັດຕັ້ງ ປະຕິບັດວຽກງານກະກຽມກໍ່ສ້າງຢ່າງເຄັ່ງຮ້ອນ. ຜ່ານຈາກຄວາມພະຍາຍາມໄດ້ 2 ປີປາຍ, ຫໍລະນຶກຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 4 ຂອງພັກກອມມູນິດຈີນກໍໄດ້ສ້າງສຳເລັດແລະເປີດບໍລິການຢ່າງເປັນທາງການ, ເຊິ່ງໄດ້ສຳເລັດໜ້າທີ່ຕາມທີ່ທ່ານສີຈິ້ນຜິງໄດ້ມອບໝາຍໃຫ້.

 

   ໃນໄລຍະເຮັດວຽກຢູ່ຊຽງໄຮ້, ທ່ານສີຈິ້ນຜິງໄດ້ກ່າວເຕືອນພະນັກງານ ທັງຫຼາຍເປັນປະຈຳວ່າ: ຊຽງໄຮ້ມີຖານະພິເສດໃນປະຫວັດສາດຂອງພັກກອມ   ມູນິດຈີນ, “ຕ້ອງຮັບຮູ້ຢ່າງເຕັມສ່ວນກ່ຽວກັບຄວາມສຳຄັນພິເສດໃນການປະຕິ ບັດວຽກງານກໍ່ສ້າງພັກຢູ່ຊຽງໄຮ້.” ເພາະວ່າ ຊຽງໄຮ້ເປັນແຫຼ່ງກຳເນີດຂອງພັກ.

 


ທ່ານສີຈິ້ນຜິງຜ່ານບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວນະຄອນຊຽງໄຮ້ຄັ້ງທີ 9 ໃນປີ2007


   ດ້ວຍເຫດນີ້, ພາຍຫຼັງໄປເຮັດວຽກຢູ່ຊຽງໄຮ້ແລ້ວ, ສິ່ງທີ່ທ່ານສີຈິ້ນຜິງເອົາໃຈ ໃສ່ທີ່ສຸດກໍແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວນະຄອນຊຽງໄຮ້ຄັ້ງທີ 9 ຂອງພັກ ກອມມູນິດຈີນທີ່ຈະຈັດຂຶ້ນໃນອີກ 2 ເດືອນຕໍ່ມາ, ເຊິ່ງເປັນກອງປະຊຸມສັບ ປ່ຽນຄະນະພັກ ຄັ້ງໜຶ່ງ. ສະນັ້ນ, ເມື່ອທ່ານສີຈິ້ນຜິງໄປຮອດຊຽງໄຮແລ້ວ, ເພິ່ນກໍໄດ້ຈັດຕັ້ງການ ປັບປຸງໂຄງສ້າງບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວນະຄອນຊຽງໄຮ້ຄັ້ງທີ 9 ຂອງພັກກອມມູນິດຈີນ. ໃນຂະບວນການປັບປຸງບົດລາຍງານການເມືອງ, ທ່ານສີຈິ້ນຜິ້ງໄດ້ກ່າວເນັ້ນໜັກເປັນພິເສດວ່າຕ້ອງເນັ້ນໃສ່ການເມືອງແລະເພີ່ມທະວີການນຳພາຂອງພັກ, ຮຽກຮ້ອງໃຫ້ຈັດເອົາການກໍ່ສ້າງທາງການ ເມືອງຂອງພັກເປັນພາກໜຶ່ງສະເພາະໃນບົດລາຍງານການເມືອງ. ຕໍ່ມາ, ໃນບົດລາຍງານການເມືອງສະບັບສຸດທ້າຍກໍໄດ້ເພີ່ມຕື່ມເນື້ອໃນເປັນຈຳນວນຫຼວງຫຼາຍກ່ຽວກັບການກໍ່ສ້າງພັກ.

 

 ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວນະຄອນຊຽງໄຮ້ຄັ້ງທີ9ຂອງພັກກອມມູນິດຈີນສິ້ນ ສຸດລົງແລ້ວ, ທ່ານສີຈິ້ງຜິງຍັງໄດ້ເປັນຜູ້ຊີ້ນຳການຮ່າງລະບຽບການວ່າດ້ວຍ ການປຶກສາຫາລືແລະຕັດສິນນະໂຍບາຍພ້ອມດ້ວຍຄຳເຫັນວ່າດ້ວຍການເພີ່ມທະວີການກໍ່ສ້າງຕົນເອງຂອງຄະນະປະຈຳພັກນະຄອນຊຽງໄຮ້ຊຸດໃໝ່, ພາຍຫຼັງມາ, ຍັງໄດ້ຮ່າງລະບຽບການວ່າດ້ວຍການປະຕິບັດໜ້າທີ່ວຽກງານ ຂອງຄະນະພັກນະຄອນຊຽງໄຮ້ຊຸດໃໝ່ຕື່ມອີກ.

 

ຕົ້ນເດືອນ ພະຈິກ ປີ2019, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດ ກວດກາວຽກງານຢູ່ຊຽງໄຮ້ອີກຄັ້ງໜຶ່ງ, ທ່ານກ່າວວ່າ: “ຊຽງໄຮ້ເປັນແຫຼ່ງກຳ ເນີດຂອງພັກພວກເຮົາ, ພາຍຫຼັງພັກສ້າງຕັ້ງຂຶ້ນແລ້ວ, ກົງຈັກສູນກາງພັກແມ່ນ ໄດ້ຕັ້ງຢູ່ຊຽງໄຮ້ມາເປັນເວລາຍາວນານ.” ທ່ານສີຈິ້້ນຜິງໄດ້ເຕືອນໃຫ້ພະນັກງານ ທຸກຂັ້ນຂອງຊຽງໄຮ້ວ່າ ຕ້ອງຖືເອົາຊັບພະຍາກອນປະຕິວັດອັນອຸດົມສົມບູນ ເຫຼົ່ານີ້ເປັນຂໍ້ມູນສຶກສາອົບຮົມທີ່ມີຊີວິດຊີວາ ເພື່ອເຮັດໃຫ້ອຸດົມການແຕ່ຫົວທີຂອງ ພັກສືບທອດຕໍ່ໆກັນໄປ ແລະແບກຫາບພາລະກຳຄື: ບຸກບືນຢ່າງກ້າຫານ ແຂ່ງຂັນກັນເພື່ອສ້າງຜົນງານດີເດັ່ນແລະຢືນຢູ່ແຖວໜ້າໃນຂະບວນການບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີ 2 ເຫດການ ແລະບັນລຸຄວາມໃຝ່ຝັນຂອງ ຈີນແຫ່ງການ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນນັ້ນຢ່າງແທ້ຈິງ.

 

ສຳລັບນິຍາມທີ່ວ່າ “ຊຽງໄຮ້ເປັນແຫຼ່ງກຳເນີດຂອງພັກ”, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນທີ່ສຸດແລະໄດ້ກ່າວເນັ້ນໜັກແລ້ວເນັ້ນໜັກອີກ, ເພິ່ນໄດ້ຮຽກຮ້ອງໃຫ້ທຸກຄົນຕ້ອງຈື່ຈຳພາລະກຳປະຫວັດສາດໃຫ້ໜັກແໜ້ນ.

 

ຢູ່ໃນໃຈຂອງທ່ານສີຈິ້ນຜິງ, ອຸດົມຄະຕິອັນເດັດດ່ຽວໜຽວແໜ້ນຄືເສົາຄ້ຳທາງ ດ້ານຈິດໃຈອັນເຂັ້ມແຂງທີ່ສາມາດເອົາຊະນະຄວາມຫຍຸ້ງຍາກແລະອຸປະສັກທຸກ

ຢ່າງໄດ້, ບໍ່ວ່າຈະເປັນການເຮັດວຽກຢູ່ຊຽງໄຮ້ເປັນເວລາ 7 ເດືອນກັບ4 ວັນກໍຄືຫຼັງຈາກທີ່ໄດ້ໄປເຮັດວຽກຢູ່ຂັ້ນສູນກາງແລ້ວ, ສິ່ງທີ່ທ່ານສີຈິ້ນຜິງໄດ້ ເອົາໃຈໃສ່ຢູ່ສະເໝີນັ້ນກໍຄື ເຮັດແນວໃດເພື່ອສືບທອດແລະເສີມຂະຫຍາຍມູນ ເຊື້ອອັນດີງາມຂອງພັກໃຫ້ດີ, ກໍ່ສ້າງແລະຊຸກຍູ້ການສ້າງໂຄງການທີ່ຍິ່ງ ໃຫຍ່ອັນໃໝ່ຂອງການກໍ່ສ້າງພັກໃຫ້ດີ. ຄືດັ່ງເພິ່ນໄດ້ເວົ້າກັບພະນັກງານຊຽງໄຮ້ ຫຼາຍເທື່ອວ່າ: “ນີ້ຄືພາລະກຳທີ່ມີກຽດສະຫງ່າແລະເຄັ່ງຂຶມ!”