ບົສນີ ແຮກເຊໂກວີນາ:ຈີນໄດ້ປະກອບສ່ວນອັນຍິ່ງໃຫຍ່ໃຫ້ການພັດທະນາຂອງໂລກ

2022-07-27 16:39:47 cri


ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼືCMGໃນຫວ່າງມໍ່ໆມານີ້ ທ່ານມີໂລຣັດ ໂດດິກ ສະມາຊິກເຜົ່າແຊກບີໃນຄະນະປະທານປະເທດບົສນີ ແຮກເຊໂກວີນາໄດ້ກ່າວວ່າ: ຈີນໄດ້ຮັບຜົນງານອັນຍິ່ງໃຫຍ່ພາຍໃຕ້ການນຳພາຂອງພັກກອມມູນິດຈີນ,ໂດຍສະເພາະໃນຮອບ10ປີຜ່ານມານີ້,ໃນຂະນະທີ່ດຳເນີນການພັດທະນາຂອງຕົນ,ປະເທດຈີນໄດ້ປະກອບສ່ວນທີ່ສຳຄັນໃຫ້ແກ່ການພັດທະນາແລະຄວາມກ້າວໜ້າຂອງໂລກ.

   ທ່ານໂດດິກມີຄຳເຫັນຕື່ມວ່າ:ບໍ່ຕ້ອງສົງໄສເລີຍວ່າ,ປະເທດຈີນໃນປັດຈຸບັນເປັນປະເທດໜຶ່ງໃນບັນດາປະເທດທີ່ສຳຄັນກວ່າໝູ່ຢູ່ໃນໂລກ. ແນວຄວາມຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນພວມໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະເທດແລະປະຊາຊົນນັບມື້ນັບຫຼາຍ.ຈີນໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະຕໍ່ກັບເລື່ອງນີ້ມາໂດຍຕະຫຼອດ. ໂລກຂົ້ວດຽວໄດ້ຫາຍໄປແລ້ວ,ໂລກຫຼາຍຂົ້ວຄ່ອຍໆປາກົດຕົວອອກ. ສິ່ງທີ່ບໍ່ຕ້ອງສົງໄສນັ້ນແມ່ນ,ຈີນເປັນເສົາຄ້ຳໜຶ່ງໃນໂລກຫຼາຍຂົ້ວນີ້.ຈີນໄດ້ເດັດດ່ຽວສະໜັບສະໜູນຫຼັກການພື້ນຖານຂອງກົດໝາຍສາກົນຢ່າງສະເໝີຕົ້ນສະເໝີປາຍ,ເຄົາລົບອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ,ໄດ້ຍຶດໝັ້ນມາດຕະຖານອັນດຽວກັນນີ້ຕະຫຼອດມາໃນບັນຫາດ້ານຫຼັກການ. ທຸກສິ່ງທຸກຢ່າງທີ່ຈີນໄດ້ເຮັດມາຮອດປັດຈຸບັນ ເຮັດໃຫ້ຄົນທັງຫຼາຍມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ບົດບາດຂອງຈີນໃນວຽກງານສາກົນ. ບໍ່ຕ້ອງສົງໄສເລີຍວ່າ, ພວກເຮົາຍິ່ງມີເຫດຜົນຫຼາຍຄອງຄອຍຈີນເສີມຂະຫຍາຍບົດບາດທີ່ສຳຄັນກວ່າເກົ່າໃນອະນາຄົດ. ໃນເວລາໂລກຕົກເຂົ້າສູ່ຄວາມວຸ້ນວາຍ,ຈີນຍ່ອມກາຍເປັນກຳລັງຊີ້ທິດພາທາງທີ່ຕົ້ນຕໍໃນການສ້າງຄວາມໝັ້ນທ່ຽງຂອງໂລກ.