ພາຍໃຕ້ການນຳພາດ້ານຍຸດທະສາດຈາກປະມຸກລັດສອງປະເທດການພົວພັນລະຫວ່າງຈີນ-ອິນໂດເນເຊຍຈະໄດ້ຮັບການພັດທະນາໃໝ່ທີ່ໃຫຍ່ກວ່າເກົ່າຢ່າງບໍ່ຢຸດຢັ້ງ

2022-07-28 15:21:58 CRI

 

ຕາມຂ່າວCRI: ລະຫວ່າງວັນທີ 25 ຫາ 26 ກໍລະກົດນີ້, ທ່ານໂຈໂກ ວີໂດໂດ, ປະທານາທິບໍດີອິນໂດເນເຊຍໄດ້ເດີນທາງມາຢ້ຽມຢາມຈີນ. ໃນໄລຍະຢ້ຽມຢາມ, ທ່າສີຈິ້ນຜິງປະທານປະເທດຈີນໄດ້ແລກປ່ຽນຄວາມເຫັນຢ່າງ ເລິກເຊິ່ງ ກ່ຽວກັບການພັດທະນາການພົວພັນລະຫວ່າງຈີນ-ອິນໂດເນເຊຍໃນໄລຍະໃໝ່ກັບທ່າໂຈໂກ ວີໂດໂດ, ປະທານາທິບໍດີອິນໂດເນເຊຍ, ໄດ້ບັນລຸຄວາມເຫັນທີ່ເປັນ ເອກະພາບກັນອັນສຳຄັນຕ່າງໆ. ສອງຝ່າຍຍັງໄດ້ອອກຖະແຫຼງການຮ່ວມກ່ຽວ ກັບການພົບປະລະຫວ່າງປະມຸກລັດສອງປະເທດ, ເຊິ່ງໄດ້ສະແດງໃຫ້ເຫັນ ເຖິງບົດບາດການນຳພາດ້ານຍຸດທະສາດຕໍ່ການພັດທະນາການພົວພັນລະຫວ່າງສອງຝ່າຍຈາກການຕ່າງປະເທດປະມຸກລັດ. ຜູ້ຊ່ຽວ ຊານກ່າວວ່າ, ພາຍໃຕ້ ການນຳພາດ້ານຍຸດທະສາດລະຫວ່າງປະມຸກລັດ ສອງປະເທດ, ຖືການສ້າງ ປະຊາຄົມຮ່ວມຊາຕາກຳເປັນທິດທາງໃຫຍ່,ການພົວພັນລະຫວ່າງຈີນ-ອິນໂດເນເຊຍຈະໄດ້ຮັບການພັດທະນາໃໝ່ທີ່ໃຫຍ່ກວ່າເກົ່າຢ່າງບໍ່ຢຸດຢັ້ງ.

 

ໃນການພົບປະເຈລະຈາລະຫວ່າງປະມຸກລັດຈີນແລະອິນໂດເນເຊຍ, ສອງຝ່າຍ ໄດ້ຢືນຢັນຕໍ່ຄວາມຄືບໜ້າອັນສຳຄັນທີ່ໄດ້ຮັບໃນການຮ່ວມມືດ້ານການຄ້າລະຫວ່າງສອງຝ່າຍໃນຊຸມປີມໍ່ໆມານີ້, ແລະກ່າວເນັ້ນໜັກວ່າຈະອອກແຮງຍົກສູງຂະໜາດການຄ້າລະຫວ່າງສອງຝ່າຍຕື່ມອີກ,ຊຸກຍູ້ຕ່ອງໂສ້ອຸດສາຫະກຳການຜະລິດ, ແລະຕ່ອງໂສ້ການສະໜອງໃຫ້ມີ ການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ພ້ອມທັງບຸກເບີກເສດຖະກິດດີຈິຕອນ.ການຮ່ວມມືດ້ານການພັດທະນາແບບສີຂຽວ ແລະອື່ນໆ. ທ່ານລົ້ວຢົງຄຸ່ນ, ຮອງຫົວໜ້າພະແນກອາຊີຕາເວັນອອກ ສຽງໃຕ້ແລະທະວີບໂອຊຽນນີສະຖາບັນຄົ້ນຄວ້າການພົວພັນສາກົນປັດຈຸບັນຂອງຈີນໄດ້ຊີ້ອອກວ່າ:

 

ໃນຫຼາຍປີຕໍ່ໜ້ານີ້, ມູນຄ່າການຄ້າລະຫວ່າງຈີນ-ອິນໂດເນເຊຍຍັງຈະໄດ້ຮັບການ ຍົກສູງຂຶ້ນຕື່ມອີກ. ພາຍໃຕ້ຂອບ ສັນຍາການພົວພັນຄູ່ຮ່ວມເສດຖະກິດ ຮອບດ້ານຂອງພາກພື້ນຫຼື RCEP , ແລະຂອບເຂດການຄ້າເສລີຈີນ-ອາຊຽນ ທີ່ໄດ້ຍົກລະດັບແລ້ວ, ສອງຝ່າຍຍັງສາມາດຊອກເຫັນມາດຕະການທີ່ເຮັດໃຫ້ ການຄ້າມີຄວາມເສລີ, ການລົງທຶນມີຄວາມສະດວກຫຼາຍກວ່າເກົ່າ, ເພື່ອຍົກສູງ ມູນຄ່າການຄ້າຂອງສອງຝ່າຍໃຫ້ເພີ່ມຂຶ້ນ. ສອງຝ່າຍຍັງຈະຊຸກຍູ້ ການຮ່ວມມືໃນ ຂົງເຂດຈະເລີນໃໝ່ຫຼາຍກວ່າເກົ່າຕື່ມອີກ, ເຊັ່ນ: ການຮ່ວມມືດ້ານພະລັງງານ ແລະການຮ່ວມມືດ້ານການທະນາຄານ.ສ່ວນການຮ່ວມມືດ້ານ ເສດຖະກິດດີຈິຕອນ, ເສດຖະກິດສີຂຽວແລະເສດຖະກິດທາງທະເລ, ເນື້ອໃນ 3 ດ້ານດັ່ງກ່າວແມ່ນພາກສ່ວນຕົ້ນຕໍຂອງເສດຖະກິດອິນໂດເນເຊຍ.

 

ນອກຈາກໂຄງການການຮ່ວມມືຢ່າງລະອຽດແລ້ວ,ປະມຸກລັດສອງປະເທດຈີນແລະອິນໂດເນເຊຍຍັງໄດ້ໃຫ້ຄວາມຈະແຈ້ງຕໍ່ທິດທາງໃຫຍ່ຂອງການສ້າງປະຊາຄົມຮ່ວຊາຕາກຳລະຫວ່າງຈີນ-ອິນໂດເນເຊຍໃນການພົບປະເຈລະຈາຄັ້ງນີ້. ທ່ານອູຈ່ຽງຮ້າວ,ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ:ນີ້ແມ່ນຜົນສຳເລັດດ້ານການເມືອງອັນສຳຄັນທີ່ສຸດທີ່ບັນລຸໄດ້ໃນການເດີນທາງມາຢ້ຽມຢາມຈີນຂອງທ່ານໂຈໂກ ວີໂດໂດໃນຄັ້ງນີ້. ສອງຝ່າຍຈະຖືການສ້າງ ປະຊາຄົມຮ່ວມຊາຕາກຳເປັນທິດຊີ້ນຳ, ສືບຕໍ່ລົງເລິກສະພາບການໃໝ່ດ້ານ ການພົວພັນລະຫວ່າງສອງຝ່າຍທີ່ມີ “ແຮງຂັບເຄື່ອນໂດຍປິ່ນອ້ອມ 4 ດ້ານຮ່ວມ ກັນ ຄື: ການຮ່ວມມືດ້ານການເມືອງ, ເສດຖະກິດ, ວັດທະນະທຳແລະເທິງທະເລ.