ພາກເໜືອຈີເລເກີດແຜ່ນດິນໄຫວຄວາມແຮງ 6,2 ລິກເຕີ

2022-07-28 15:19:50 CRI

 

ຕາມຂ່າວCRI:ຕາມຂ່າວຈາກສູນເຕືອນໄພແຜ່ນດິນໄຫວທົ່ວປະເທດຂອງມະຫາວິທະຍາໄລຈີເລໃຫ້ຮູ້ວ່າ: ຕອນບ່າຍໃນວັນທີ 27 ກໍລະກົດນີ້, ຢູ່ບໍລິເວນເມືອງຄາລາມາທາງພາກເໜືອຂອງຈີເລໄດ້ເກີດແຜ່ນດິນໄຫວຄວາມແຮງ 6,2 ລິກເຕີ. ປັດຈຸບັນນີ້ຍັງ ບໍ່ມີລາຍງານຜູ້ເສຍຊີວິດແລະບາດເຈັບເທື່ອ.

 

ພາກສ່ວນອຸທົກກະສາດຂອງກອງທັບຈີເລແລະພາກສ່ວນເຕືອນໄພຄຶ້ນຊຶນາມິຂອງອົງການທະເລຈິເລແຈ້ງໃຫ້ຮູ້ວ່າ:ແຜ່ນດິນໄຫວຄັ້ງນີ້ຈະບໍ່ເຮັດໃຫ້ເກີດຄຶ້ນຊຶນາມິ.