ສູນປະສານງານການຂົນສົ່ງທັນຍາຫານອອກສູ່ພາຍນອກທະເລດຳເປີດນຳໃຊ້ຢ່າງເປັນທາງການ

2022-07-28 11:24:10 cri

ຕາມຂ່າວສານຊິນວາ: ວັນທີ 27 ກໍລະກົດນີ້, ຜູ້ຕາງໜ້າຂອງຕູຣາເຄຍ, ຣັດເຊຍ, ອູແກຣນ ແລະ ອົງການສະຫະປະຊາຊາດ ໄດ້ຈັດພິທີເປີດນຳໃຊ້ສູນປະສານງານການຂົນສົ່ງທັນຍາຫານອອກສູ່ພາຍນອກທະເລດຳຢ່າງເປັນທາງການ.

ທ່ານ ຮູລູຊີ ອາຄາ ລັດຖະມົນຕີກະຊວງປ້ອງກັນປະເທດຕຸຣາເຄຍ ໄດ້ກ່າວຄຳເຫັນໃນພິທີວ່າ: ສູນປະສານງານ ແມ່ນປະກອບດ້ວຍຜູ້ຕາງໜ້າຂອງຕູຣາເຄຍ, ຣັດເຊຍ, ອູແກຣນ ແລະອົງການສະຫະປະຊາຊາດຝ່າຍລະ 5 ຄົນ, ຜູ້ຕາງໜ້າເຫຼົ່ານີ້ຈະຕິດຕາມກວດກາເສັ້ນທາງການເດີນເຮືອຂົນສົ່ງທັນຍາຫານທາງການຄ້າ ໂດຍຜ່ານດາວທຽມ, ອິນເຕີເນັດ ແລະທາງໂທລະຄົມອື່ນໆ ເພື່ອຮັບປະກັນຄວາມປອໄພດ້ານການຂົນສົ່ງ. ທ່ານກ່າວຕື່ມວ່າ: ພາຍໃນເວລາສັ້ນ, ທັນຍາຫານຫຼາຍກວ່າ 25 ລ້ານໂຕນທີ່ຕົກຄ້າງຢູ່ທ່າກຳປັ່ນທະເລດຳຂອງອູແກຣນ ຈະຖືກຂົນສົ່ງໄປປະເທດທີ່ຕ້ອງການ.