ຈີນສະແດງຄວາມເສຍໃຈຕໍ່ຟີລິບປີນເກີດແຜ່ນດິນໄຫວແຮງສົມຄວນ

2022-07-28 11:03:34 cri

ເນື່ອງຈາກພາກເໜືອຂອງເກາະ ລູຊອນ ປະເທດຟີລິບປີນເກີດແຜ່ນດິນໄຫວຂະໜາດ 7,0 ລິກເຕີໃນວັນທີ 27 ກໍລະກົດ 2022, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນພວມເອົາໃຈໃສ່ຕິດຕາມສະພາບການປະສົບໄພລະອຽດຂອງຟີລິບປີນແລະຄວາມປອດໄພດ້ານບຸກຄົນລວມທັງອົງການຈັດຕັ້ງຈີນຢູ່ຟີລິບປີນຢ່າງໃກ້ຊິດ, ໂດຍຈະໃຫ້ການສະໜັບສະໜູນແລະຊ່ວຍເຫຼືອຕາມຄວາມຕ້ອງການຂອງຟີລິບປີນ.