ຜູ້ຕິດເຊື້ອພະຍາດໂຄວິດ-19ທີ່ຖືກບົ່ງມະຕິຢູ່ບຣາຊິນເພີ່ມຂຶ້ນຢ່າງວ່ອງໄວອີກເທື່ອໃໝ່

2022-07-28 15:18:59 CRI

 

ຕາມຂ່າວCRI:ອີງຕາມຕົວເລກທີ່ເຜີຍແຜ່ໂດຍກະຊວງສາທາລະນະສຸກບຣາຊິນໃຫ້ຮູ້ວ່າ: ນັບມາຮອດຕອນກາງຄືນຂອງວັນທີ 26 ກໍລະກົດນີ້ຕາມ ເວລາທ້ອງຖິ່ນ, ບຣາຊິນມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ຖືກບົ່ງມະຕິ ເພີ່ມໃໝ່ຕໍ່ມື້ເຖິງ  37.900 ກໍລະນີ, ຜູ້ເສຍຊີວິດເພີ່ມໃໝ່ມີ 351 ກໍລະນີ, ຜູ້ຕິດເຊື້ອພະຍາດໂຄວິດ-19 ນັບລວມແລ້ວມີທັງໝົດຫຼາຍກວ່າ 33.658.800 ກໍລະນີ, ສ່ວນຜູ້ເສຍຊີວິດນັບລວມແລ້ວມີທັງໝົດຫຼາຍກວ່າ 677.400 ກໍລະນີ. ເພື່ອຮັບມືກັບສະພາບພະຍາດລະບາດຮອບໃໝ່, ລັດຖະບານບຣາຊິນ ໄດ້ປະກາດນະໂຍບາຍໃໝ່ກ່ຽວກັບວັກຊີຕ່າງໆ, ເຊິ່ງໄດ້ຮັບການຕອບຮັບ ຢ່າງຕັ້ງໜ້າຈາກມວນຊົນ.

 

ຕາມຕົວເລກຫຼ້າສຸດຂອງສື່ມວນຊົນບຣາຊິນໃຫ້ຮູ້ວ່າ: ນັບມາຮອດວັນທີ 26 ກໍລະກົດ ນີ້ຕາມເວລາທ້ອງຖິ່ນ, ໃນຈຳນວນປະຊາກອນ ທັງໝົດຂອງບຣາຊິນກວມ 83,67% ໄດ້ສັກວັກຊີນທຳອິດ, ກວມ 78,59% ໄດ້ສັກເຂັມທີ 2, ແລະກວມ46,7% ໄດ້ສັກເຂັມທີ 3 ຫຼືເຂັມກະຕຸ້ນ, ສ່ວນຍອດປະລິມານການສັກວັກຊີນແມ່ນກວມຫຼາຍກວ່າ 448 ລ້ານເຂັມ.