ແພດປະຈຳທຳນຽບຂາວອາເມຣິກາກ່າວວ່າຜົນກວດນິວຄະເລອິກຊອກຫາເຊື້ອໄວຣັດໂຄວິດ-19 ຂອງທ່ານ ໂຈ ໄບເດັນເປັນລົບແລ້ວ

2022-07-28 10:59:15 cri

ວັນທີ 27 ກໍລະກົດ 2022, ທ່ານເຄວິນ ໂອ ຄອນເນີ ນັແພດປະຈຳທຳນຽບປະທານາທິບໍດີອາເມຣິ້ກາຫຼືທຳນຽບຂາວ ກ່າວວ່າ: ຜົນກວດນິວຄະເລອິກຂອກຫາເຊື້ອໄວຣັດໂຄວິດ-19 ຂອງທ່ານໂຈ ໄບເດັນ ປະທານາທິບໍດີເປັນລົບແລ້ວ, ທ່ານໄບເດັນ ຈະສິ້ນສຸດການກັກບໍລິເວນ.

ໃນບົດບັນທຶກຄວາມເຂົ້າໃຈສະບັບໜຶ່ງທີ່ທ່ານໂອ ຄອນເນີ ສົ່ງໃຫ້ທຳນຽບຂາວໄດ້ລະບຸວ່າ, ທ່ານໄບເດັນ ໄດ້ສຳເລັດການປິ່ນປົວແລະກັກບໍລິເວນເປັນເວລາ 5 ວັນ, ອາການຂອງທ່ານແມ່ນດີຂຶ້ນແລະເກືອບວ່າບໍ່ມີອາການຫຍັງແລ້ວ. ຜົນກວດນິວຄະເລອິກຂອງທ່ານໃນຕອນຄ່ຳວັນທີ 26 ແລະຕອນເຊົ້າວັນທີ 27 ກໍລະກົດນີ້ລ້ວນແຕ່ເປັນລົບ. ຕໍ່ໄປອີກ 10 ວັນ, ທ່ານໄບເດັນຕ້ອງໃສ່ຜ້າປິດປາກໃນເວລາທີ່ມີຜູ້ອື່ນຢູ່, ແລະຈະສືບຕໍ່ກວດນິວຄະເລອິກຢ່າງຕໍ່ເນື່ອງ.