ອາເມຣິກາແຊກແຊງວຽກງານໄຕ້ຫວັນຂອງຈີນເລື້ອຍໆ ຈະສ້າງຜົນກະທົບຕໍ່ຜົນປະໂຫຍດຂອງອາເມຣິກາໃນທີ່ສຸດ

2022-07-28 11:29:09 CRI

ໃນໄລຍະມໍ່ໆມານີ້, ອາເມຣິກາໄດ້ແຊກແຊງເຂົ້າວຽກງານໄຕ້ຫວັນຂອງຈີນເລື້ອຍໆ: ໄດ້ວາງ “ກົດໝາຍສະໜັບສະໜູນໄຕ້ຫວັນ”, ຊຸກຍູ້ການຂາຍອາວຸດໃຫ້ໄຕ້ຫວັນ, ສົ່ງສະມາຊິກສະພາໄປຢ້ຽມຢາມໄຕ້ຫວັນ, ສົ່ງກຳປັ່ນຮົບບຸກເຂົ້າຊ່ອງແຄບໄຕ້ຫວັນ ແລະ ອື່ນໆ.

ຫວ່າງກ່ອນນີ້ບໍ່ດົນ, ມີຂ່າວລາຍງານວ່າ: ທ່ານນາງນັນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາ ຈະນຳພາຄະນະໄປ “ຢ້ຽມຢາມ” ໄຕ້ຫວັນໃນເດືອນສິງຫາໜ້ານີ້. ຖ້າເປັນໄປໄດ້, ນີ້ຈະແມ່ນປະທານສະພາຕ່ຳອາເມຣິກາໄປຢ້ຽມຢາມໄຕ້ຫວັນເປັນຄັ້ງທຳອິດໃນຮອບ 25 ປີ. ແນ່ນອນແລ້ວວ່າ, ນີ້ກໍບໍ່ແມ່ນທ່ານນາງນັນຊີ ເປໂລຊີ “ກໍ່ເລື່ອງລາວຂຶ້ນ” ເປັນຄັ້ງທຳອິດແລ້ວ, ໃນເດືອນເມສາປີນີ້, ທ່ານກໍຢາກດຳເນີນ “ການຢ້ຽມຢາມ” ແບບນີ້ ແຕ່ໄດ້ຍົກເລີກ “ການຢ້ຽມຢາມ” ຍ້ອນທ່ານໄດ້ຕິດເຊື້ອພະຍາດໂຄວິດ-19. ປັດຈຸບັນ, ທ່ານໄດ້ຍົກຫົວຂໍ້ນີ້ອອກມາອີກຄັ້ງໜຶ່ງ, ບໍ່ຮູ້ວ່າຈະມີຈຸດປະສົງຫຍັງ?

ທີ່ຈິງແລ້ວ, ທຳນຽບຂາວອາເມຣິກາກໍມີຄວາມເຫັນທີ່ແຕກຕ່າງກັນ ກ່ຽວກັບທ່ານນາງນັນຊີ ເປໂລຊີ ໄປ “ຢ້ຽມຢາມ” ໄຕ້ຫວັນ, ມີບາງຄົນເຫັນວ່າ: ນີ້ບໍ່ພຽງແຕ່ໄດ້ລະເມີດຄຳໝັ້ນສັນຍາອັນເຄັ່ງຂຶມຂອງອາເມຣິກາໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາເທົ່ານັ້ນ, ຫາກຍັງຈະນຳພາການພົວພັນຈີນ-ອາເມຣິກາກ້າວເຂົ້າສູ່ສະພາບການທີ່ອັນຕະລາຍກວ່າ.

ໃນໄລຍະດົນນານມາແລ້ວ, ນັກການເມືອງອາເມຣິກາກໍມັກແຊກແຊງວຽກງານໄຕ້ຫວັນເລື້ອຍໆ. ໃນຫຼາຍປີມໍ່ໆມານີ້, ສະມາຊິກສະພາ ຫຼື ເຈົ້າໜ້າທີ່ລັດຖະບານທີ່ອອກກິນເບ້ຍບຳນານຂອງອາເມຣິກາມັກໄປຢ້ຽມຢາມໄຕ້ຫວັນນັບມື້ນັບຫຼາຍຂຶ້ນ. ພຽງແຕ່ໃນປີກາຍນີ້, ກໍມີສະມາຊິກສະພາອາເມຣິກາໄປຢ້ຽມຢາມໄຕ້ຫວັນເຖິງ 3 ຄັ້ງ. ເດືອນເມສາປີນີ້, ທ່ານນາງນັນຊີ ເປໂລຊີ ໄດ້ໂຈະການຢ້ຽມຢາມໄຕ້ຫວັນ, ແຕ່ທ່ານລິນໄຊ ກຣາຮຳ ສະມາຊິກສະພາສູງອາເມຣິກາໄດ້ນຳພາຄະນະໄປຢ້ຽມຢາມໄຕ້ຫວັນຕາມຫຼັງ. ສິ່ງທີ່ຈະແຈ້ງກໍຄືວ່າ, “ການຢ້ຽມຢາມ” ແບບນີ້ມີແຕ່ຈຸດປະສົງໃນ 2 ດ້ານ: ໜຶ່ງແມ່ນອວດກຳລັງຂອງຕົນຕໍ່ໂລກ ແລະ ຕໍ່ບັນດາລູກນ້ອງຂອງອາເມຣິກາ, ສອງກໍແມ່ນໂຄສະນາຂາຍອາວຸດ ແລະ ສະແຫວງຫາຜົນກຳໄລ.

ຫວ່າງກ່ອນນີ້ບໍ່ດົນ, ໃນເວລາທ່ານແຮນຣີ ກີຊິງເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທີ່ມີອາຍຸ 99 ປີແລ້ວ ໃຫ້ສຳພາດຕໍ່ນັກຂ່າວ, ທ່ານກໍໄດ້ກ່າວເຕືອນນັກການເມືອງອາເມຣິກາວ່າ, ຢ່າດຳເນີນ “ການເປັນປໍລະປັກກັນແບບບໍ່ມີການສຸດສ້ຽງ” ກັບຈີນ. ນອກຈາກນີ້ແລ້ວ, ນັກວິເຄາະສາກົນຫຼາຍທ່ານກໍເຫັນວ່າ, ເມື່ອພິຈາລະນາເຖິງຜົນປະໂຫຍດໂດຍລວມ ແລະ ຜົນປະໂຫຍດທີ່ຍາວໄກແລ້ວ, ສະຖານະການຊ່ອງແຄບໄຕ້ຫວັນຊຸດໂຊມລົງ ຈະສ້າງຜົນກະທົບຕໍ່ການພັດທະນາຂອງອາເມຣິກາຫຼາຍກວ່າ. ນັກການເມືອງທັງຫຼາຍຂອງອາເມຣິກາຈະຮູ້ດີຕໍ່ເຫດຜົນເຫຼົ່ານີ້ ແຕ່ພວກເຂົາບໍ່ເອົາຫົວຊາຕໍ່ສິ່ງເຫຼົ່ານີ້. ທີ່ຈິງແລ້ວ ກໍເພື່ອສະແຫວງຫາຜົນປະໂຫຍດໃນຕໍ່ໜ້ານີ້ເທົ່ານັ້ນ.

ກ່ອນໜ້ານີ້, ກະຊວງການຕ່າງປະເທດຈີນກໍໄດ້ກ່າວເຕືອນຢ່າງຈະແຈ້ງແລ້ວວ່າ: ອາເມຣິກາຈະບໍ່ຄວນໃຫ້ທ່ານນາງນັນຊີ ເປໂລຊີ ໄປຢ້ຽມຢາມໄຕ້ຫວັນ, ຖ້າບໍ່ດັ່ງນັ້ນ, ຈີນຈະປະຕິບັດມາດຕະການຕອບໂຕ້ທີ່ເດັດດ່ຽວ ແລະ ເຂັ້ມແຂງ ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງເດັດດ່ຽວໜຽວແໜ້ນ, ທຸກຜົນຮ້າຍຢ້ອນຫຼັງທີ່ເກີດຂຶ້ນຍ້ອນເລື່ອງນີ້ ຈະໃຫ້ອາເມຣິກາເປັນຜູ້ຮັບຜິດຊອບທັງໝົດ. ອາເມຣິກາບໍ່ຄວນເບິ່ງຂ້າມມານະຈິດ, ຄວາມຕັດສິນໃຈ ແລະ ຄວາມສາມາດຂອງປະຊາຊົນຈີນ ໃນການປົກປັກຮັກສາຄວາມໝັ້ນຄົງດ້ານອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ອາເມຣິກາມັກແຊກແຊງວຽກງານໄຕ້ຫວັນຂອງຈີນ, ໃນທີ່ສຸດ, ຈະທຳລາຍເຖິງຜົນປະໂຫຍດຂອງອາເມຣິການັ້ນເອງ.