ການເຝິກຊ້ອມຮ່ວມກ່ຽວກັບການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳ “ຂະບວນລົດໄຟສັນຕິພາບ 2022” ສອງກອງທັບຈີນ ແລະ ລາວສິ້ນສຸດລົງຢ່າງຈົບງາມ

2022-07-28 17:17:39 cri


ວັນທີ 28 ກໍລະກົດ 2022, ການເຝິກຊ້ອມຮ່ວມກ່ຽວກັບການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳ “ຂະບວນລົດໄຟສັນຕິພາບ 2022” ສອງກອງທັບຈີນ ແລະ ລາວໄດ້ສິ້ນສຸດລົງຢ່າງຈົບງາມ. ນີ້ແມ່ນຂະບວນລົດໄຟສັນຕິພາບຂອງກອງທັບຈີນປະຕິບັດງານຢູ່ຕ່າງປະເທດເປັນຄັ້ງທຳອິດ, ທັງເປັນຂະບວນລົດໄຟສັນຕິພາບເຊື່ອມຕໍ່ກັບໂຮງໝໍຊັ້ນ 2, ແລະການປິ່ນປົວພະຍາດປະສົມປະສານກັບການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຄັ້ງທຳອິດ.


ການເຝິກຊ້ອມຮ່ວມກ່ຽວກັບການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳແລະກິດຈະກຳການບໍລິການທາງການແພດ “ຂະບວນລົດໄຟສັນຕິພາບ 2022” ໄດ້ຈັດຂຶ້ນຢູ່ເມືອງໂພນໂຮງແຂວງວຽງຈັນເລີ່ມແຕ່ວັນທີ 25 ກໍລະກົດນີ້, ຕົ້ນຕໍໄດ້ເນັ້ນໜັກການບັນຊາການຮ່ວມແລະການປິ່ນປົວຮ່ວມກັນລະຫວ່າງໜ່ວຍການແພດທັງສອງກອງທັບ.


ທ່ານພັນເອກພິເສດ ປີ້ກວ່າງຢວນ ສະມາຊິກໜ່ວຍປະສານງານແລະຊີ້ນຳຝ່າຍຈີນຂອງການເຝິກຊ້ອມຮ່ວມກ່າວວ່າ, ການເຝິກຊ້ອມຮ່ວມແລະການບໍລິການທາງການແພດຄັ້ງນີ້ໄດ້ປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຮ່ວມທີ່ສຳຄັນລະຫວ່າງສອງປະເທດແລະກອງທັບສອງປະເທດດ້ວຍການກະທຳຢາງແທ້ຈິງ, ທັງເປັນມາດຕະການສຳຄັນທີ່ຍົກສູງຄວາມສາມາດການປະຕິບັດງານຮ່ວມຂອງກອງທັບທັງສອງປະເທດ.


ທ່ານພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວກ່າວວ່າ, ການເຝິກຊ້ອມຮ່ວມ “ຂະບວນລົດໄຟສັນຕິພາບ” ສອງກອງທັບຈີນ-ລາວບໍ່ພຽງແຕ່ໄດ້ຍົກສູງຄວາມສາມາດວິຊາສະເພາະດ້ານສາທາລະນະສຸກຂອງກອງທັບສອງປະເທດ, ຍັງໄດ້ເພີ່ມທະວີມິດຕະພາບທີ່ມີມູນເຊື້ອແລະສາຍພົວພັນການຮ່ວມມືຮອບດ້ານລະຫວ່າງສອງປະເທດກໍຄືສອງກອງທັບຕື່ມອີກ.