ວັນທີ 28 ກໍລະກົດນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ອອກຖະແຫຼງການຕໍ່ບົດລາຍງານຄາດຄະເນລວມຍອດຜະລິດຕະພັນພາຍໃນ ຫຼື GDP ອາເມຣິກາໃນໄຕມາດທີ 2 ຂອງປີນີ້, ທ່ານໂຈ ບາຍເດນກ່າວວ່າ, ຄຽງຄູ່ກັບທະນາຄານກາງອາເມຣິກາ ຫຼື FED ໃຊ້ມາດຕະການເພື່ອແກ້ບັນຫາໄພເງິນເຟີ້, ຈັງຫວະການເຕີບໂຕຊ້າລົງແມ່ນເປັນເລື່ອງທຳມະດາ.
ວັນທີ 28 ກໍລະກົດນີ້, ອີງຕາມຕົວເລກຄາດຄະເນເທື່ອທຳອິດທີ່ປະກາດໂດຍກະຊວງການຄ້າອາເມຣິກາສະແດງໃຫ້ເຫັນວ່າ, ໃນໄຕມາດທີ 2 ຂອງປີນີ້, GDP ຂອງອາເມຣິກາໄດ້ຫຼຸດລົງ 0,9%, ນີ້ແມ່ນເສດຖະກິດອາເມຣິກາຫຼຸດລົງເປັນເວລາ 2 ໄຕມາດຕິດຕໍ່ແລ້ວ.