ດັດຊະນີຄວາມໝັ້ນໃຈຜູ້ບໍລິໂພກຂອງເຢຍລະມັນໄດ້ຫຼຸດລົງຮອດລະດັບຕ່ຳສຸດໃນປະຫວັດສາດ

2022-07-29 15:11:34 CRI


   ວັນທີ 27 ກໍລະກົດນີ້, ກຸ່ມບໍລິສັດ GFK ເຊິ່ງເປັນອົງການຄົ້ນຄວ້າດ້ານຕະຫຼາດຂອງເຢຍລະມັນໄດ້ປະກາດດັດຊະນີຄວາມໝັ້ນໃຈຜູ້ບໍໂພກຫຼ້າສຸດໂດຍສະແດງໃຫ້ເຫັນວ່າ, ອີງຕາມຜົນການສຳຫຼວດ, ດັດຊະນີຄວາມໝັ້ນໃຈຜູ້ບໍລິໂພກຂອງເຢຍລະມັນໃນປັດຈຸບັນໄດ້ຫຼຸດລົງຮອດລະດັບຕ່ຳສຸດໃນປະຫວັດສາດ, ສິ່ງນີ້ສ່ອງແສງໃຫ້ເຫັນວ່າ, ຜູ້ບໍລິໂພກພວມເປັນຫ່ວງຫຼາຍຂຶ້ນຕໍ່ເສດຖະກິດຊຸດໂຊມລົງ.


    ອີງຕາມຜົນການສຳຫຼວດຫຼ້າສຸດສະແດງໃຫ້ເຫັນວ່າ, ດັດຊະນີດັ່ງກ່າວໄດ້ຫຼຸດລົງຈາກ 2,9 ຈຸດ, ມາເປັນ -30,6 ຈຸດໂດຍສ້າງສະຖິຕິຕ່ຳສຸດນັບແຕ່ເລີ່ມມີການ
ສຳຫຼວດແບບນີ້ໃນປີ 1991.


    ວັນທີ 27 ກໍລະກົດນີ້, ສະຖາບັນຄົ້ນຄວ້າເສດຖະກິດເຢຍລະມັນໄດ້ແຈ້ງເຕືອນວ່າ, ຖ້າວິກິດການດ້ານພະລັງງານສືບຕໍ່ຮ້າຍແຮງຕື່ມອີກ, ເສດຖະກິດເຢຍລະມັນຈະສືບຕໍ່ຊຸດໂຊມລົງຈົນເຖິງປີໜ້າ.