ອົງການ WHO ແຈ້ງວ່າ: ຈຳນວນຜູ້ຕິດເຊື້ອໝາກສຸກລີງຢູ່ໃນໂລກມີຫຼາຍກວ່າ 18.000 ກໍລະນີແລ້ວ

2022-07-29 15:07:10 CRI


    ວັນທີ 27 ກໍລະກົດນີ້, ອົງການອະນາໄມໂລກ ຫຼື WHO ແຈ້ງໃຫ້ຮູ້ວ່າ, ທົ່ວໂລກມີ 78 ປະເທດ ແລະ ເຂດແຄວ້ນໄດ້ລາຍງານພົບຜູ້ຕິດເຊື້ອພະຍາດ
ໝາກສຸກລີງ, ນັບລວມແລ້ວມີຜູ້ຕິດເຊື້ອຫຼາຍກວ່າ 18.000 ກໍລະນີ, ສ່ວນຫຼາຍແມ່ນຢູ່ເອີລົບ.

 

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການ WHO ທີ່ນະຄອນເຊີແນວຂອງສວິສ,ທ່ານເຕໂດຣສ ອັດຮານົມ ເກບຣິເຢຊຸສ ຜູ້ອຳນວຍການໃຫຍ່ອົງການ WHO ກ່າວວ່າ, ໃນກໍລະນີຜູ້ຕິດເຊື້ອທັງຫມົດ, ກວມຫຼາຍກວ່າ 70% ແມ່ນມາຈາກທະວີບເອີລົບ, 25% ມາຈາກທະວີບອາເມຣິກາ, ມີປະມານ 10% ນອນປິ່ນປົວຢູ່ໂຮງໝ, ມາຮອດປັດຈຸບັນມີຜູ້ເສຍຊີວິດ 5 ຄົນຍ້ອນພະຍາດນີ້.


     ໝາກສຸກລີງແມ່ນພະຍາດທີ່ຄົນ ແລະ ສັດລ້ວນແຕ່ຕິດເຊື້ອໄດ້. ຜູ້ຕິດເຊື້ອພະຍາດນີ້ຈະມີອາການຕ່າງໆ ເຊັ່ນ: ເປັນໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຫຼັງ, ຕ່ອມນ້ຳເຫຼືອງຂະຫາຍຕົວໃຫຍ່ ແລະ ເກີດຕຸ່ມເປັນຕົ້ນ, ຜູ້ຕິດເຊື້ອພະຍາດສ່ວນຫຼາຍສາມາດດີຂຶ້ນພາຍໃນບໍ່ເທົ່າໃດອາທິດ, ແຕ່ຜູ້ຕິດເຊື້ອບາງຄົນມີອາການຮ້າຍແຮງຈົນເຖິງຂັ້ນເສຍຊີວິດ.


    ວັນທີ 23 ກໍລະກົດນີ້, ທ່ານເຕໂດຣສໄດ້ປະກາດວ່າ, ການແຜ່ລະບາດຂອງພະຍາດໝາກສຸກລີງໄດກາຍເປັນ“ເຫດການສຸກເສີນດ້ານສາທາລະນະສຸກທີ່ປະຊາຄົມໂລກຕ້ອງໃຫ້ຄວາມເອົາໃຈໃສ່”.ນີ້ແມ່ນຄຳເຕືອນດ້ານສາທາລະນະສຸກລະດັບສູງສຸດທີ່ອົງການ WHO ອອກແຈ້ງເຕືອນໃນປັດຈຸບັນນີ້.