ຈັດເວທີປຶກສາຫາລືຂັ້ນສູງກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າຂອງRCEP 2022ຢູ່ຊິ່ງເຕົາ

2022-07-29 16:52:01 cri


ວັນທີ28ກໍລະກົດນີ້, ເວທີປຶກສາຫາລືຂັ້ນສູງກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ປີ2022 ໄດ້ຈັດຂຶ້ນຢູ່ນະຄອນຊິ່ງເຕົາແຂວງຊ່ານຕົ່ງຈີນ.

   ເວທີປຶກສາຫາລືຄັ້ງນີ້ໄດ້ສຸມໃສ່ການຈັດຕັ້ງປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນໃຫ້ທົ່ວເຖິງ,ພ້ອມທັງຈັດການຄົ້ນຄວ້າແລະປຶກສາຫາລືກັນໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ລົງເລິກການລົງທຶນແລະການຮ່ວມມືດ້ານການຄ້າ, ເພີ່ມທະວີການເຊື່ອມຕໍ່ກັນລະຫວ່າງຕ່ອງໂສ້ດ້ານອຸດສາຫະກຳການຜະລິດແລະຕ່ອງໂສ້ການສະໜອງເປັນຕົ້ນ.