ສະມາຄົມອາຫານປະເພດຊີ້ນອູຣູກວາຍກ່າວວ່າ: ມາດຕະການເປີດປະຕູສູ່ພາຍນອກຂອງຈີນມີຄວາມໝາຍສຳຄັນຫຼາຍຕໍ່ອູຣູກວາຍ

2022-07-30 14:52:15 cri


ອູຣູກວາຍ ທີ່ຕັ້ງຢູ່ທະວີບອາເມຣີກາໃຕ້ ມີເງື່ອນໄຂທຳມະຊາດທີ່ດີຫຼາຍ, ຂະແໜງການລ້ຽງສັດພັດທະນາຫຼາຍ, ຖືກຂະໜານນາມວ່າ“ຟາມໃຫຍ່ແຫ່ງສຸດທ້າຍໃນໂລກ”. ໃນປີມໍ່ໆມານີ້, ອາຫານປະເພດຊີ້ນທີ່ຜະລິດຢູ່ອູຣູກວາຍໄດ້ເຂົ້າສູ່ຕະຫຼາດຈີນ. ງານວາງສະແດງເຄື່ອງບໍລິໂພກສາກົນຈີນຍິ່ງໄດ້ອຳນວຍໂອກາດຫຼາຍກວ່າເກົ່າໃຫ້ການສົ່ງອາຫານປະເພດຊີ້ນເຂົ້າສູ່ຈີນຂອງອູຣູກວາຍ.


ປັດຈຸບັນ, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບທີໜຶ່ງຂອງອູຣູກວາຍ, ອາຫານປະເພດຊີ້ນເກືອບ 60% ຂອງອູຣູກວາຍໄດ້ສົ່ງອອກສູ່ປະເທດຈີນ. ປີ 2021, ສະມາຄົມອາຫານປະເພດຊີ້ນອູຣູກວາຍໄດ້ເຂົ້າຮ່ວມງານວາງສະແດງດັ່ງກ່າວຄັ້ງທຳອິດ. ປີນີ້ ກໍ່ໄດ້ເຂົ້າຮ່ວມງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 2. ທ່ານ ລາວທາໂຣ ເພເຣັສ ຜູ້ຮັບຜິດຊອບພະແນກຕະຫຼາດຂອງສະມາຄົມອາຫານປະເພດຊີ້ນອູຣູກວາຍໃຫ້ຮູ້ວ່າ, ການເປີດປະຕູແລະການຮ່ວມມືທີ່ ງານວາງສະແດງເຄື່ອງບໍລິໂພກສາກົນຈີນ ສະແດງໃຫ້ເຫັນນັ້ນ ມີຄວາມສຳຄັນທີ່ສຸດຕໍ່ອູຣູກວາຍ. ຫວ່າງມໍ່ໆມານີ້, ຈີນກັບອູຣູກວາຍໄດ້ສຳເລັດການຄົ້ນຄວ້າຮ່ວມກ່ຽວກັບຄວາມອາດເປັນໄປໄດ້ແຫ່ງການເຊັນສັນຍາການຄ້າເສລີ, ສອງຝ່າຍກ່າວວ່າ, ຈະຫາລືວຽກງານກ່ຽວກັບການຮ່ວມມືດ້ານການຄ້າເສລີໃນໄລຍະຕໍ່ໄປ, ເພື່ອຍົກລະດັບການຮ່ວມມືເສດຖະກິດການຄ້າລະຫວ່າງສອງປະເທດໃຫ້ສູງຂຶ້ນຕື່ມອີກ.