ທ່ານສີຈິ້ນຜິງໂອ້ລົມກັບປະທານາທິບໍດີໂປໂລຍທາງໂທລະສັບ

2022-07-30 14:38:05 CRI

 

ຕາມຂ່າວCRI: ຕອນບ່າຍວັນທີ 29 ກໍລະກົດນີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ໂອ້ລົມກັບທ່ານອັນເດຣດູດາ,ປະທານາທິບໍດີໂປໂລຍຜ່ານທາງໂທລະສັບ.

 

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ,ໃນຕົ້ນປີ 2022 ນີ້, ທ່ານດູດາໄດ້ເດີນ ທາງມາຈີນເພື່ອເຂົ້າຮ່ວມພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງ, ພວກຂ້າພະເຈົ້າທັງສອງໄດ້ດຳເນີນການແລກປ່ຽນຢ່າງມີໄມຕີຈິດມິດຕະພາບ, ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນກ່ຽວກັບການຊຸກຍູ້ການພົວພັນສອງຝ່າຍຢ່າງຫຼວງຫຼາຍ.ຫຼັງຈາກນັ້ນ,ພາກສ່ວນຕ່າງໆລະຫວ່າງສອງປະເທດໄດ້ຕັ້ງໜ້າເຊື່ອມຕໍ່ແລະຈັດຕັ້ງປະຕິບັດ,ໃນດ້ານການສົ່ງອອກຜະລິດຕະພັນກະສິກຳຂອງໂປໂລຍມາຈີນ,ຖ້ຽວລົດໄຟຈີນເອີຣົບ,ການໄປມາຫາສູ່ກັນລະຫວ່າງບຸກຄົນແລະດ້ານອື່ນໆລ້ວນແຕ່ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ.ຈີນຖະໜຸຖະໜອມຕໍ່ມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ໂປໂລຍ, ຖືໂປໂລຍເປັນ ຄູ່ຮ່ວມມືບູລິມະສິດຢູທະວີບເອີຣົບ,ຍິນດີຮັກສາກາແລກປ່ຽນຢ່າງແໜ້ນແຟ້ນກັບໂປໂລຍ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສືບຕໍ່ຍົກສູງລະດັບການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ໂປໂລຍ. ຈີນຍິນດີຕ້ອນຮັບຜະລິດຕະພັນທີ່ມີຄຸນນະພາບດີຂອງໂປໂລຍເຂົ້າສູ່ຕະຫຼາດຂອງຈີນຫຼາຍກວ່າເກົ່າ,ສົ່ງເສີມວິສາຫະກິດຈີນໄປລົງທຶນຢູ່ໂປໂລຍຫຼາຍກວ່າເກົ່າ.ຫວັງວ່າໂປໂລຍຈະຕັ້ງໜ້າສະໜັບສະໜູນການພັດທະນາການພົວພັນລະຫວ່າງຈີນ-ເອີຣົບ,ປົກປັກຮັກສາພາກສ່ວນໃຫຍ່ຂອງການພົວພັນລະຫວ່າງຈີນ-ເອີຣົບ.