ວົງການເຕັກນິກວິທະຍາສາດຂອງຈີນແມ່ນຜູ້ລິເລີ່ມແລະຜູ້ຊຸກຍູ້ການຮ່ວມມືແບບເປີດປະຕູສູ່ພາຍນອກຂອງທົ່ວໂລກມາໂດຍຕະຫຼອດ

2022-07-30 14:54:48 cri

ວັນທີ 29 ກໍລະກົດນີ້, ກອງປະຊຸມການຮ່ວມມືປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດໃນອະນາຄົດທົ່ວໂລກ ທີ່ມີຫົວຂໍ້ວ່າ “ສ້າງອະນາຄົດດ້ວຍເຕັກນິກວິທະຍາສາດ ນຳພາການພັດທະນາດ້ວຍການປະດິດສ້າງໃໝ່” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ບຸກຄົນສຳຄັນດ້ານການເມືອງທັງພາຍໃນແລະຕ່າງປະເທດຈີນ, ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ, ນັກວິທະຍາສາດທີ່ມີຊື່ສຽງແລະຜູ້ນຳຂອງວົງການອຸດສາຫະກຳການຄ້າ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ບຸກຄົນທີ່ເຂົ້າຮ່ວມກອງປະຊຸມກ່າວວ່າ, ວົງການເຕັກນິກວິທະຍາສາດຂອງຈີນແມ່ນຜູ້ລິເລີ່ມໃຫ້ດຳເນີນການຮ່ວມມືແບບເປີດປະຕູສູ່ພາຍນອກຂອງທົ່ວໂລກມາໂດຍຕະຫຼອດ, ຈະຕັ້ງໜ້າຊຸກຍູ້ການແລກປ່ຽນແລະການຮ່ວມມືໃນສາກົນ.


ໃນກອງປະຊຸມທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານກ່າວຢຸນລົງ ປະທານສະຫະພັນອຸດສາຫະກຳການຄ້າແຫ່ງຊາດຈີນຊີ້ອອກວ່າ, ຈີນໄດ້ລົງເລິກປະຕິບັດແຜນການຄູ່ຮ່ວມມືດ້ານເຕັກນິກວິທະຍາສາດ, ໄດ້ສ້າງການພົວພັນຮ່ວມມືດ້ານເຕັກນິກວິທະຍາສາດກັບ 160 ກວ່າປະເທດແລະເຂດແຄວ້ນຢ່າງຕໍ່ເນື່ອງ. ທ່ານກ່າວຕື່ມວ່າ, ຕໍ່ໄປພາຍໜ້າ, ຈີນຍັງຈະເປີດປະຕູດ້ານເຕັກນິກວິທະຍາສາດສູ່ພາຍນອກໃຫ້ກວ້າງກວ່າເກົ່າ. “ໃນອະນາຄົດ, ຈີນຈະປະຕິບັດຕາມຍຸດທະສາດແຫ່ງການຮ່ວມມືດ້ານເຕັກນິກວິທະຍາສາດກັບປະເທດຕ່າງໆໃນໂລກທີ່ມີລະດັບເປີດປະຕູ, ກວມລວມ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ ສູງກວ່າເກົ່າ. ຈີນຈະເປີດປະຕູດ້ານເຕັກນິກວິທະຍາສາດສູ່ພາຍນອກໃຫ້ກວ້າງກວ່າເກົ່າ, ພວກເຮົາຍິນດີດຳເນີນການແລກປ່ຽນແລະການຮ່ວມມືກັບວົງການເຕັກນິກວິທະຍາສາດຂອງປະເທດຕ່າງໆໃນໂລກຫຼາຍກວ່າເກົ່າ, ຮ່ຳຮຽນແລະຖອດຖອນບົດຮຽນກ້າວໜ້າໃນສາກົນໃຫ້ຫຼາຍກວ່າເກົ່າ, ແບ່ງປັນໝາກຜົນດ້ານເຕັກນິກວິທະຍາສາດຂອງຈີນກັບໂລກໃຫ້ຫຼາຍກວ່າເກົ່າ, ວົງການເຕັກນິກວິທະຍາສາດຂອງຈີນຈະພະຍາຍາມປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນຄວາມກ້າວໜ້າດ້ານເຕັກນິກວິທະຍາສາດຂອງໂລກ.”


ທ່ານມາຮາມູດູ ບາວູເມຍ ຮອງປະທານາທິບໍດີ ສາທາລະນະລັດການາເຫັນວ່າ, ເຕັກນິກດີຈີຕອນມີຄວາມສຳຄັນຫຼາຍທີ່ສຸດຕໍ່ການພັດທະນາຂອງທະວີບອາຝຣິກາ, ທ່ານຂອບໃຈຫຼາຍຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນໃນຂົງເຂດນີ້.