ທ່ານສີຈິ້ນຜິງໂອ້ລົມກັບປະທານາທິບໍດີອີຣານຜ່ານທາງໂທລະສັບ

2022-07-30 14:35:39 CRI

 

ຕາມຂ່າວCRI: ຕອນບ່າຍວັນທີ 29 ກໍລະກົດນີ້, ທ່ານສີຈິ້ນຜິງ, ປະທານ ປະເທດຈີນໄດ້ໂອ້ລົມກັບທ່ານເຊອິດ ເອບຼາຮິມ ໄຣຊີ, ປະທານາທິບໍດີອີຣານ ຜ່ານທາງໂທລະສັບ.

 

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ, ປັດຈຸບັນນີ້ສະຖານະການປ່ຽນແປງໃຫຍ່ທີ່ບໍ່ ເຄີຍມີມາກ່ອນໃນຮອບ 100 ປີຜ່ານມາບວກກັບຜົນສະທ້ອນຈາກສະພາບການ ແຜ່ລະບາດຂອງພະຍາດໂຄວິດ-19 ໃນສະຕະວັດ, ໂລກໄດ້ກ່າວເຂົ້າສູ່ໄລຍະ ໃໝ່ແຫ່ງຄວາມວຸ້ນວາຍແລະປ່ຽນແປງ. ຄວາມຮຽກຮ້ອງໃຫ້ມີຄວາມຍຸຕິທຳແລະ ຄວາມເປັນທຳໄດ້ຮຸນແຮງກວ່າເກົ່າ. ເມື່ອຜະເຊີນໜ້າກັບສະຖານະການສາກົນ ທີ່ມີຄວາມ ສະຫຼັບຊັບຊ້ອນ, ຈີນ-ອີຣານໄດ້ເພີ່ມທະວີຄວາມສາມັກຄີແລະ ການຮ່ວມມື, ໄດ້ເພີ່ມທະວີຜົນປະໂຫຍດຮວ່ມກັນຂອງສອງຝ່າຍ, ປົກຮັກຮັກສາ ສິດແລະຜົນປະໂຫຍດອັນຊອບທຳຂອງປະເທດທີ່ກຳລັງພັດທະນາຢ່າງຫຼວງຫຼາຍ. ຈີນພິຈາລະນາເຖິງການພົວພັນລະຫວ່າງຈີນ-ອີຣານໃນລະດັບຄວາມສູງທາງຍຸດທະສາດ, ຍິນດີຮ່ວມກັບອີຣານ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງຈີນ-ອີຣານໃຫ້ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ,ສອງຝ່າຍຕ້ອງສືບຕໍ່ໃຫ້ການສະໜັບສະໜູນຕໍ່ກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງແລະບັນຫານທີ່ມີຄວາມສົນໃຈຮ່ວມກັນລະຫວ່າງສອງຝ່າຍ,ປົກປ້ອງຫຼັກການພື້ນຖານດ້ານການພົວພັນສາກົນທີ່ແຊກແຊງວຽກງານພາຍໃນ.ຈີນສະແດງຄວາມຍ້ອງຍໍຕໍ່ອີຣານທີ່ໄດ້ຕັ້ງໜ້າສະໜັບສະໜູນຂໍ້ລິເລີ່ມການພັດທະນາທົ່ວໂລກແລະຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ,ຍິນດີຮ່ວມກັບອີຣານຊຸກຍູ້ໃຫ້ຂໍ້ລິເລີ່ມດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ,ຊຸກຍູ້ໃຫ້ລະບຽບສາກົນໄດ້ຮັບການພັດທະນາຕາມທິດທາງທີ່ເປັນທຳແລະສົມເຫດສົມຜົນກວ່າເກົ່າ.