ການເຕີບໂຕໃນໄຕມາດທີ 2 ຂອງເອີຣົບບໍ່ສາມາດແກ້ໄຂຄວາມວິຕົກກັງວົນທີ່ມີຕໍ່ຄວາມຊຸດໂຊມດ້ານເສດຖະກິດ

2022-07-31 14:44:11 CRI


ວັນທີ 29 ກໍລະກົດ 2022, ອົງການສະຖິຕິສະຫະພາບເອີລົບໄດ້ເຜີຍແຜ່ຂໍ້ມູນໃນເບື້ອງຕົ້ນໂດຍສະແດງໃຫ້ເຫັນວ່າ, ໂດຍຜ່ານການປັບປຸງໃນລະດູການ, ໃນໄຕມາດທີ 2 ຂອງປີ 2022ນີ້, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງເຂດທີ່ໃຊ້ເງິນເອີໂຣໄດ້ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ໄຕມາດທີ 1, GDPຂອງສະຫະພາບເອີລົບໄດ້ເພີ່ມຂຶ້ນ 0,6%.


ນັກວິເຄາະເຫັນວ່າ, ເຖິງວ່າໃນໄຕມາດທີ 2 ໄດ້ມີການເຕີບໂຕ, ແຕ່ຄຽງຄູ່ກັບປະສິດທິຜົນທີ່ເສດຖະກິດຟື້ນຄືນຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນໄດ້ຫຼຸດໜ້ອຍລົງ, ວິກິດການດ້ານພະລັງງານ, ໄພເງິນເຟີ້ທີ່ໜັກໜ່ວງ ແລະ ນະໂຍບາຍເງິນຕາທີ່ຮັດກຸມຂຶ້ນ ເຊິ່ງມີຄວາມກົດດັນ 3 ດ້ານສະຫຼັບສັບຊ້ອນກັນ ອາດຈະເພີ່ມຄວາມວິຕົກກັງວົນຕໍ່ເສດຖະກິດເອີຣົບຊຸດໂຊມລົງ.